Homeມຸມຂ່າວ AECອາຊຽນຮ່ວມລົງນາມຖະແຫລງການອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ

ອາຊຽນຮ່ວມລົງນາມຖະແຫລງການອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ

Published on

ໃນຕອນບ່າຍຂອງວັນທີ 6 ກັນຍານີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ໄດ້ລົງນາມໃນຖະແຫລງ ການອາຊຽນວ່າດ້ວຍອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ: ອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ ພາຍໃນພາກພື້ນ ແລະ ນອກພາກພື້ນ. ຖະແຫລງການນີ້ ແມ່ນເພື່ອເປັນເຄື່ອງມືສຳຄັນສຳລັບອາຊຽນ ເພື່ອໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນວິກິດການສຸກເສີນໄພພິບັດ. ພ້ອມດຽວກັນນີ້ ຍັງເປັນເຄື່ອງມືສຳຄັນໃຫ້ອາຊຽນ ໃນການຊ່ວຍເຫລືອຕໍ່ບັນດາປະເທດພາຍນອກອາຊຽນ ທີ່ປະສົບໄພພິບັດ ໂດຍຍຶດຖືຫລັກການອາຊຽນ ເປັນແນກາງ ໃນວຽກງານດັ່ງກ່າວ.
ຖະແຫລງການນີ້ ເປັນເອກະສານດຽວທີ່ບັນດາຜູ້ນຳອາຊຽນໄດ້ລົງນາມໃນໄລຍະກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29.

4066

 

ແຫຼ່ງຂ່າວຈາກ: ໜັງສືພຶມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...