Homeຂ່າວການພັດທະນາປະທານາທິບໍດີ ໂອບາມາ ຢືນຢັນຈະເພີ່ມທຶນຊ່ວຍເຫລືອວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ລາວຂຶ້ນເທົ່າຕົວ

ປະທານາທິບໍດີ ໂອບາມາ ຢືນຢັນຈະເພີ່ມທຶນຊ່ວຍເຫລືອວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ລາວຂຶ້ນເທົ່າຕົວ

Published on

ໃນໂອກາດຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດຂອງປະທານາທິບໍດີ ສະຫະລັດ ອາເມລິກາ ບາຣັກ ໂອບາມາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28,29 ແລະ ກອງປະຊຸມສຸດຍອດອາຊຽນ-ອາເມລິກາຄັ້ງທີ 4 ທີ່ນະຄອນຫລວງວຽງຈັນໃນວັນທີ 6-8 ກັນຍານີ້ ແລະ ໃນຕອນບ່າຍວັນທີ 6 ກັນຍານີ້, ທ່ານປະທານາທິບໍດີສະຫະລັດອາເມລິກາ ໄດ້ໃຫ້ກຽດປາໄສຕໍ່ຊາວໜຸ່ມ, ນັກຮຽນນັກສຶກສາ ແລະ ນັກທຸລະກິດລາວຢູ່ຫໍວັດທະນະທໍາແຫ່ງຊາດວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫລາຍທີ່ໄດ້ມີໂອກາດມາຢ້ຽມຢາມປະເທດລາວ, ຊຶ່ງເປັນແຜ່ນດິນທີ່ມີຄວາມສະຫງົບສວຍງາມ,ອຸດົມສົມບູນໄປດ້ວຍທິວທັດທໍາມະຊາດ, ມີວັດທະນະທໍາຮີດຄອງປະເພນີອັນດີງາມ, ຜູ້ຄົນແມ່ນມີຈິດໃຈອ່ອນນ້ອມຖອມຕົນ ແລະ ຍິ້ມແຍ້ມແຈ່ມໃສ່ດີ. ຊຶ່ງເປັນມົນສະເໜ່ອັນໜຶ່ງທີ່ເຮັດໃຫ້ນັກທ່ອງທ່ຽວ ແລະ ແຂກຕ່າງປະເທດທີ່ເຄີຍໄດ້ມາທ່ອງທ່ຽວຢ້ຽມຢາມປະເທດລາວແລ້ວ ຕ່າງກໍ່ມີຄວາມຫລົງໄຫລ ແລະ ຢາກກັບມາທ່ຽວປະເທດລາວອີກ, ຊຶ່ງຂ້າພະເຈົ້າເອງກໍມີຄວາມຫວັງວ່າຈະໄດ້ກັບມາຢ້ຽມຢາມປະເທດທີ່ສວຍງາມນີ້ອີກເທື່ອໜຶ່ງ. ແຕ່ແນວໃດກໍຕາມ ບົນຜືນແຜນດິນທີ່ມີອະລິຍະທໍາເກົ່າແກ່ ແລະ ປະຫວັດສາດອັນຍາວນານນີ້, ຊຶ່ງເຄີຍໄດ້ຖືກທໍາລາຍຈາກສົງຄາມຢ່າງໜັກໜ່ວງ, ເປັນສົງຄາມປິດລັບ ແລະ ບໍ່ຮູ້ວ່າຍ້ອນເຫດຜົນອັນໃດທີ່ເຮັດໃຫ້ສົງຄາມຕ້ອງເກີດຂຶ້ນ, ຊຶ່ງໃນເວລານັ້ນ ສະຫະລັດອາເມລິກາໄດ້ເອົາລະເບີດຫລາຍກວ່າ 2 ລ້ານໂຕນຖິ້ມລົງແຜ່ນດິນລາວ, ຊຶ່ງເຫັນວ່າມີຈໍານວນຫລາຍກວ່າການເຮັດສົງຄາມຢູ່ເຢຍລະມັນ ແລະ ຍີ່ປຸ່ນໃນເວລານັ້ນ, ຊຶ່ງເຮັດໃຫ້ມີເຮືອນຊານບ້ານຊ່ອງ ແລະ ປະຊາຊົນຜູ້ບໍລິສຸດເສຍຊີວິດຢ່າງຫລວງຫລາຍ ແລະ ຕະຫລອດຫລາຍທົດສະວັດຜ່ານມາສະຫະລັດອາເມລິກາກໍຍັງບໍ່ທັນເຂົ້າມາຮັບຜິດຊອບກັບສິ່ງທີ່ເກີດ
ຂຶ້ນຢ່າງແຂງແຮງ, ເນື່ອງຈາກວ່າຈໍານວນລະເບີດທີ່ຖິ້ມລົງໃສ່ແຜ່ນດິນລາວເວລານັ້ນ 30% ແມ່ນບໍ່ແຕກ ແລະ ກາຍເປັນຄວາມອັນຕະລາຍຕໍ່ການຜະລິດ, ການທໍາມາຫາກິນ ແລະ ດໍາລົງຊີວີດຂອງປະຊາຊົນບັນດາເຜົ່າ, ຊຶ່ງມີປະຊາຊົນເສຍຊີວິດ ແລະ ພິການ ເປັນຈໍານວນບໍ່ໜ້ອຍໃນແຕ່ລະປີ, ທັງເປັນອຸປະສັກກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມອີກດ້ວຍ. ດັ່ງນັ້ນ ການຢ້ຽມຢາມລາວຂອງຂ້າພະເຈົ້າໃນຄັ້ງປະຫວັດສາດນີ້ຂໍຢືນຢັນວ່າສະຫະລັດອາເມລິກາຈະໃຫ້ການຊ່ວຍເຫລືອວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ລາວເພີ່ມຂຶ້ນເທົ່າຕົວຄືປະມານ 90 ລ້ານໂດລາສະຫະລັດ. ເພື່ອຊ່ວຍໃຫ້ ສປປ ລາວ ຫລຸດຜ່ອນຄວາມສ່ຽງອັນຕະລາຍຈາກລະເບີດບໍ່ທັນແຕກຫລາຍຂຶ້ນ. ນອກຈາກນີ້ສະຫະລັດອາເມລິກາຍີນດີທີ່ຈະຍົກລະດັບການພົວພັນຮ່ວມມືຫລາຍດ້ານກັບ ສປປ ລາວ ເພື່ອກ້າວສູ່ການພັດທະນາໃນອະນາຄົດທີ່ສົດໃສ.

 

ຂ່າວຈາກ: ໜັງສືພິມລາວພັດທະນາ
ສຳຫຼັບທ່ານທີ່ຮັກຂ່າວໄອທີ ແລະ ເກມ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...