Homeອຸບັດເຫດແລະປາກົດການຫຍໍ້ທໍ້ກັກຕົວກຸ່ມຄ້າຂາຍຢາເສບຕິດ ພ້ອມຢາບ້າ 15 ພັນກວ່າເມັດ

ກັກຕົວກຸ່ມຄ້າຂາຍຢາເສບຕິດ ພ້ອມຢາບ້າ 15 ພັນກວ່າເມັດ

Published on

ເວລາປະມານ 23:00 ຂອງ ວັນທີ 17 ສິງຫາ 2016 ເຈົ້າໜ້າທີ່ປະຈຳຢູ່ດ່ານຫຼັກ 44 ເມືອງຊະນະສົມບູນ ແຂວງຈຳປາສັກໄດ້ກັກລົດກະບະ ມັດສະດາ ສີຂຽວຫົວເປັດ ໝາຍເລກທະບຽນ ກຂ 2188 ຈຳປາສັກ ທີ່ແລ່ນມາແຕ່ທາງພາກເໜືອ. ພາຍໃນລົດມີ 03 ຄົນຄື: ທ້າວ ແສງຈັນ(ແສງ) ອາຍຸ 40 ປີ ອາຊີບຄ້າຂາຍ ຢູ່ບ້ານໂຊກອຳນວຍ ເມືອງປາກເຊ, ທ້າວ ວັນໄຊ (ເລ) ອາຍຸ 38 ປີ ອາຊີບສ້ອມແປງລົດ ຢູ່ບ້ານໂພນງາມ ເມືອງປາກເຊ ແລະ ນາງ ມົນ ອາຍຸ 24 ປີ ອາຊີບຫວ່າງງານ ຢູ່ບ້ານໄຊສະຫວ່າງ ເມືອງບາຈຽງຈະເລີນສຸກ.ຜ່ານການກວດຄົ້ນພົບເຫັນຢາບ້າຈຳນວນ 6.001 ເມັດ,ຢາໄອ໋ຈຳນວນ 2 ຖົງນ້ອຍ, ປືນສັ້ນ P 63 ຈຳນວນ 1 ກະບອກ,ພ້ອມທັງລູກປືນຈຳນວນ 06 ລູກ. 
 ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2014.ຢາບ້າທີ່ນຳມາຂາຍແຕ່ລະຄັ້ງ ແມ່ນທ້າວແສງຈັນໄປຮັບເອົານຳຄົນບໍ່ຮູ້ຊື່ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນໂດຍຊື້ຄັ້ງລະ 3-4 ມັດຈຸດຊື້ຂາຍແມ່ນຢູ່ບ້ານດອນໜູນເມື່ອໄດ້ຢາແລ້ວກໍ່ນຳເອົາຢາລົງມາຂາຍໃຫ້ລູກຄ້າຢູ່ເມືອງປາກເຊເຊິ່ງໃນນັ້ນລູກຄ້າຂອງທ້າວແສງຈັນແມ່ນມີທ້າວພອນໄຊແລະນາງມົນ.ຕໍ່ມາທ້າວແສງຈັນກໍ່ໄດ້ໄປຊື້ຢາບ້າຢູ່ນະຄອນຫຼວງວຽງຈັນອີກຫຼາຍຄັ້ງຈົນມາຮອດວັນທີ 16 ສິງຫາ 2016 ທ້າວແສງຈັນໄດ້ຊວນທ້າວພອນໄຊແລະນາງມົນຂຶ້ນໄປຊື້ຢາບ້າຢູ່ນະຄອນຫຼວງວຽງຈັນ. ເວລາປະມານ 12:00 ຂອງວັນທີ 17 ສິງຫາ 2016 ພວກກ່ຽວໄດ້ພາກັນລົງມາເມືອງປາກເຊ ຈຶ່ງໄດ້ຖືກກັກຕົວ ຢູ່ດ່ານຫຼັກ 44 ເມືອງຊະນະສົມບູນ ແຂວງຈຳປາສັກ.

ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 20 ສິງຫາ 2016 ເຈົ້າໜ້າທີ່ ໄດ້ກັກຕົວຜູ້ລັກລອບຄ້າ-ຂາຍຢາເສບຕິດ (ຢາບ້າ) ຢູ່ເຂດບ້ານ ໜອງກິມ ເມືອງປາກຊ່ອງ ແຂວງຈໍາປາສັກ ຈຳນວນ02 ຄົນຄື: ທ້າວ ແກ້ວພູທອນ(ຕາ) ອາຍຸ 38 ປີ ແລະ ທ້າວ ພີມມະສອນ(ຕີນ) ອາຍຸ 33 ປີ ທັງສອງຄົນຢູ່ບ້ານ ຫ້ວຍກອງ ເມືອງປາກຊ່ອງ ພ້ອມຂອງກາງຢາບ້າຈໍານວນ 9.600 ເມັດ.

ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສອງອ້າຍນ້ອງ ຮັບສາລະພາບວ່າ: ໃດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ(ຢາບ້າ) ແຕ່ເດືອນກໍລະກົດ 2016 ເຊິ່ງຢາທີ່ນຳມາຂາຍໃນແຕ່ລະຄັ້ງແມ່ນຊື້ນໍາ ທ້າວ ຄໍາ ອາຍຸ 22 ປີ ຢູ່ບ້ານ ທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍຊື້ຄັ້ງລະ 1 ມັດ ເທົ່າກັບ 2000 ເມັດ ພາຍຫຼັງໃດ້ຢາບ້າມາແລ້ວ ພວກກ່ຽວໃດ້ເອົາຢາບ້າມາຂາຍ ໃຫ້ໄວລຸ້ນທົ່ວໄປ ແລະ ກຳມະກອນໃນເຂດເມືອງປາກຊ່ອງ.

ຕົກມາຮອດວັນທີ 20 ສິງຫາ 2016 ລູກຄ້າໄດ້ຕິດຕໍ່ຊື້ຢາບ້ານຳພວກກ່ຽວອີກຈຳນວນ 4 ມັດກັບ 8 ຖົງ ຈາກນັ້ນພວກກ່ຽວກໍ່ໄດ້ເອົາຢາບ້າຈໍານວນດັ່ງກ່າວມາຂາຍໃຫ້ລູກຄ້າໂດຍນັດຈຸດຊື້ຂາຍກັນຢູ່ເຂດບ້ານໜອງກິມ ໃນເວລາທີ່ພວມທຳການຊື້ຂາຍຢູ່ນັ້ນ ພວກກ່ຽວຈິ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.

ຂ່າວ: ຈຳປາໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...