spot_img
Homeຍ້ອງຍໍຄົນດີເດັ່ນພໍ່ຄ້າປາກເຊຫົວດີ ເຮັດແກງໜໍ່ໄມ້ເຄື່ອນທີ່ ລາຍໄດ້ດີ

ພໍ່ຄ້າປາກເຊຫົວດີ ເຮັດແກງໜໍ່ໄມ້ເຄື່ອນທີ່ ລາຍໄດ້ດີ

Published on

ນໍາພາທ່ານຜູ້ອ່ານໄປຮູ້ຈັກກັບເລື່ອງລາວຊີວິດຂອງທ້າວ ຄຳມອນ ພົມມະຈັນ ຫຼື ນາມວ່ານ້ອຍຂາຍແກງໜໍ່ໄມ້ ຜູ້ມີຄວາມດຸໝັ່ນ ສູ້ຊົນ ອົດທົນ ທີ່ສາມາດລ້ຽງດູຄອບຄົວກ້າວຂວ້າມເສັ້ນທາງແຫ່ງຄວາມທຸກຍາກລໍາບາກ ຈາກຄົນຊົນນະບົດກ້າວເຂົ້າມາຫາວຽກເຮັດງານທໍາໃນເມືອງໃຫຍ່ ເພື່ອໄຂວ່ຄວ້າໂອກາດທີ່ດີມາສູ່ສະມາຊິກໃນຄອບຄົວ ດ້ວຍການຂາຍແກງໜໍ່ໄມ້ຕິດສາມລໍ້ ສູ້ຊີວິດ ຈົນກາຍເປັນທີ່ຮູ້ຈັກດີຂອງລູກຄ້າທົ່ວໄປໃນເທດສະບານເມືອງປາກເຊ.
ຊື່ນ້ອຍຍ້ອນພໍ່ແມ່ຫຼືຄົນທົ່ວໄປມັກເອີ້ນລາວວ່າ “ນ້ອຍ” ຫຼື “ຄຳນ້ອຍ” ເລີຍເປັນທີ່ມາຂອງຊື່“ນ້ອຍ” ທ້າວນ້ອຍໄດ້ເລົ່າສູ່ຟັງວ່າ: ເມື່ອກ່ອນຕົນເອງແມ່ນຢູ່ທາງເມືອງວາປີແຂວງສາລະວັນພຸ້ນ ແມ່ນຜູ້ໜຶ່ງທີ່ມາຈາກຊົນນະບົດເປັນລູກຊາວ¬ນາ ຍ້ອນຕົນເອງເປັນລູກຊາຍກົກ ແລະ ຊີວິດການເປັນຢູ່ຂອງຄອບຄົວມີຄວາມຫຍຸ້ງຍາກລຳບາກ ພໍຮຽນຈົບປະຖົມ ຕົນເອງກໍ່ໄດ້ອອກໂຮງຮຽນໄປຮັບຈ້າງຢູ່ຮ້ານຂາຍເຄື່ອງໄຟຟ້າຢູ່ທາງເມືອງຄົງເຊໂດນ ເພື່ອຊ່ວຍເຫຼືອຕົນເອງ ແລະ ຄອບຄົວທາງບ້ານ ເຊິ່ງກໍ່ພໍໄດ້ແຕ່ກຸ້ມກິນໄປວັນໆ ແລະ ກໍ່ເຫັນວ່າຍັງບໍ່ທັນມີຫຍັງດີຂຶ້ນ.

ຕໍ່ມາເມື່ອອາຍຸຮອດ23-24ປີ ຕົນເອງຮູ້ສຶກວ່າຢາກມີອາຊີບເຮັດເປັນຂອງຕົນເອງຈຶ່ງເຂົ້າມາເມືອງປາກເຊແລ້ວກໍ່ໄດ້ສ້າງຄອບຄົວໃນປີນັ້ນ. ດ້ວຍຄວາມດຸໝັ່ນ ຄວາມຕັ້ງໃຈ ແລະ ອົດທົນ ເມື່ອສ້າງຄອບຄົວແລ້ວ ກໍ່ໄດ້ເຊົ່າຮ້ານເຮັດອາຊີບຂາຍຂອງກິນສຸກ ຢູ່ແຖວທາງເຂົ້າຮ້ານສາຍນາທີບ້ານໂພນສະຫວັນເມືອງປາກເຊໄດ້ປະມານ 2-3ປີ ແຕ່ກໍ່ເຫັນວ່າລາຍຮັບຍັງບໍ່ທັນໄປໄດ້ດີ. ເຊິ່ງເຂົາໄດ້ກາຍເປັນກຳລັງຫຼັກທີ່ສຳຄັນໃນການຮັບຜິດຊອບຄ່າໃຊ້ຈ່າຍທຸກຢ່າງທີ່ເກີດຂຶ້ນໃນຄອບຄົວ ຈິ່ງເຮັດໃຫ້ລາວບໍ່ມີຄວາມລົດລະໃນຄວາມພະຍາຍາມ.

ຈາກນັ້ນເຂົາກໍ່ມາຕັ້ງອາຊີບຂາຍຫອຍແຄງ ໃສ່ສາມລໍ້ເລາະຂາຍ ນຳໃຊ້ສາມລໍ້ເກົ່າໆທີ່ຢືມມາຈາກພໍ່ ເພື່ອມາເລາະຂາຍຫອຍແຄງ ແຕ່ປາກເຊໄປຮອດເມືອງຄົງ,ເມືອງວາປີ, ໄລຍະຂາຍຫອຍແຄງນີ້ກຳໄລກໍ່ພໍໄດ້ຢູ່ ແຕ່ຕົນເອງຮູ້ສຶກວ່າເມື່ອຍ ແລະ ໄປໄກຫຼາຍ. ຄ່ຳມືດຈິ່ງເຫັນເຮືອນ,ບາງຄັ້ງກໍ່ຕ້ອງມາເດິກດື່ນທ່ຽງຄືນກໍ່ມີ. ເຊິ່ງເຫັນວ່າຕົນເອງມີຄວາມລຳບາກ ແລະ ຫ່າງໄກຄອບຄົວ. ຕໍ່ມາຈິ່ງໄດ້ຢຸດເຊົາອາຊີບດັ່ງກ່າວ ແລ້ວຕັດສິນໃຈມາເຮັດແກງໜໍ່ໄມ້ຂາຍມາໄດ້ປະມານ2ປີແລ້ວ ຈິ່ງເຫັນວ່າຜົນຕອບຮັບອອກມາດີ.

ແຕ່ລະມື້ລາວຕ້ອງໄດ້ລຸກແຕ່ເຊົ້າໆ ເພື່ອອອກຕະຫຼາດໄປຊອກຫາຊື້ວັດຖຸດິບມາກະກຽມ ສຳລັບເຄື່ອງແກງໜໍ່ໄມ້ໃນແຕ່ລະມື້ເຊິ່ງປະກອບມີ: ໜໍ່ໄມ້,ເຫັດຫູໜູ,ເຫັດເຟືອງ,ເຫັດນາງຟ້າ,ເຫັດເຂັມ,ໝາກບວບ,ໝາກອຶ,ຢານາງ,ຜັກຂະແຍງ. ໂດຍເມຍຈະເປັນຜູ້ຊ່ວຍຢູ່ເຮືອນ ແລະ ຫ້າງຫາກະກຽມສ່ວນປະກອບຕ່າງໆ ປະມານ 11ໂມງໃກ້ທ່ຽງ ຈິ່ງໄດ້ເລີ່ມອອກໄປເລາະຂາຍ. ຈຸດຂາຍຫຼັກໆໃນແຕ່ລະມື້ແມ່ນຢູ່ແຖວຕະຫຼາດໃໝ່ປາກເຊ ຈາກນັ້ນກໍ່ແມ່ນເລາະຂາຍຕາມແຕ່ລະບ້ານໃນຂອບເຂດເທດສະບານເມືອງປາກເຊ

ເບື້ອງຕົ້ນກໍ່ເລີ່ມທົດລອງຂາຍແບບນ້ອຍໆກ່ອນ ແຕ່ພໍຂາຍໄດ້ປະມານໜຶ່ງເດືອນທຳອິດເຫັນວ່າລູກຄ້າໄດ້ໃຫ້ການຕອບຮັບດີ ແລ້ວຈິ່ງຄ່ອຍຂາຍໃນປະລິມານທີ່ເພີ່ມຂຶ້ນໃນແຕ່ລະໄລຍະ ເຊິ່ງລູກຄ້າຫຼາຍຄົນກໍ່ໃຫ້ສຽງຕອບຮັບວ່າແຊບ ຈົນກາຍເປັນທີ່ຍອມຮັບຂອງລູກຄ້າໃນຕົວເມືອງປາກເຊ.

ລູກຄ້າສ່ວນໃຫຍ່ ແຕ່ລະຄົນຕ່າງກໍ່ເວົ້າເປັນສຽງດຽວກັນວ່າແກງໜໍ່ໄມ້ຂອງທ້າວນ້ອຍແຊບ. ອີກຈຳນວນໜຶ່ງກໍ່ບອກວ່າມັນເປັນອາຫານພື້ນບ້ານຂອງລາວເຮົາມາແຕ່ດັ້ງເດີມ ກໍ່ເລີຍເຮັດໃຫ້ເຮົາມັກກິນແບບບໍ່ເປີດ ແລະ ອີກຢ່າງໜຶ່ງລາວກໍ່ເຮັດແບບສົດໆຮ້ອນໆປຸງແຕ່ງໃໝ່ໆກັບທີ່ເລີຍ ເຊິ່ງລູກຄ້າໃນແຕ່ລະວັນແມ່ນຈະມີທັງລູກຄ້າເກົ່າ ແລະ ລູກຄ້າໃໝ່ຜັດປ່ຽນກັນໄປໃນແຕ່ລະວັນ.

ທຸກໆມື້ ຈະມີລູກຄ້າໂທສັ່ງ ແລະ ມາຊື້ຢູ່ຕາມຈຸດລາວເຄີຍຂາຍ. ເມື່ອຖາມເຖິງສູດປຸງແຕ່ງວ່າລາວເຄີຍໄປຮຽນນຳໃຜມາກ່ອນບໍ?ຫຼືມີຫຍັງພິເສດບໍຈິ່ງເຮັດໃຫ້ແກງໜໍ່ໄມ້ຂອງລາວແຊບເປັນທີ່ນິຍົມຂອງລູກຄ້າ? ລາວຕອບວ່າ: ບໍ່ໄດ້ໄປຮຽນຢູ່ໃສມີແຕ່ຕົນເອງເປັນຄົນມັກແຕ່ງກິນເຮັດດ້ວຍໃຈມັກ,ບໍ່ມີຫຍັງພິເສດທີ່ເປັນເຄື່ອງປຸງລົດຊາດກໍ່ມີແຕ່ນ້ຳຢານາງ,ເຂົ້າເບືອ,ນ້ຳປາແດກ,ເກືອ,ແປ້ງນົວ ແຕ່ທີ່ສຳຄັນແມ່ນເນັ້ນວັດຖຸດິບສົດໃໝ່,ປຸງແຕ່ງສົດ,ບໍລິການເຖິງທີ່ ແລະ ຂາຍໝົດພາຍໃນມື້ດຽວ ສ່ວນລາຄາຂາຍກໍ່ແມ່ນແຕ່ 15.000 – 20.000 ກີບ.

ທ້າວນ້ອຍໄດ້ເປີດເຜີຍເຖິງລາຍຮັບສູ່ຟັງວ່າ: ປັດຈຸບັນ ການຂາຍແກງໜໍ່ໄມ້ຂອງລາວມື້ໜຶ່ງຂາຍໄດ້ປະມານ 1ລ້ານ 5ແສນກີບຫາ1ລ້ານຫາ6ແສນກີບ ເຊິ່ງຈະມີກຳໄລມື້ໜຶ່ງບໍ່ຕ່ຳກວ່າ 5ແສນກີບ. ແຕ່ໄລຍະທີ່ຂາຍດີກ່ອນໝູ່ແມ່ນຍາມຕົກແລ້ງ ໄດ້ມື້ໜຶ່ງບໍ່ຕ່ຳກວ່າ2ລ້ານກີບ ເພາະເປັນໄລຍະອຶດຂອງກິນ. ສ່ວນຍາມຝົນຄືປັດຈຸບັນເປັນໄລຍະຂອງກິນຫຼາຍຈິ່ງເຮັດໃຫ້ຍອດຂາຍຫຼຸດລົງ. ສຳລັບອະນາຄົດຕໍ່ໜ້າລາວຍັງມີແຜນການຈະຂະຫຍາຍກິດຈະການຕື່ມອີກໜຶ່ງຄັນລົດສາມລໍ້ໃຫ້ກັບເມຍຂາຍຊ່ວຍ ເພື່ອຕອບສະໜອງການບໍລິການລູກຄ້າເພີ່ມຕື່ມອີກ.

ການປະກອບອາຊີບແບບນີ້ ເຊິ່ງຜູ້ຊາຍທົ່ວໄປອາດຈະຄິດວ່າມັນເປັນອາຊີບທີ່ບໍ່ມີກຽດ, ບໍ່ມີຄວາມຮູ້, ຄ່າຕອບແທນບໍ່ສູງ,ເຮັດບໍ່ໄດ້ ແລະ ອາຍ. ແຕ່ສຳລັບທ້າວນ້ອຍ ເມື່ອຜູ້ສື່ຂ່າວຖາມເຂົາວ່າຮູ້ສຶກອາຍບໍທີ່ປະກອບອາຊີບແບບນີ້? ເຂົາຢືນຍິ້ມ ແລ້ວຕອບອອກມາດ້ວຍຄວາມພາກພູມໃຈ ແລະ ຄວາມມຸ້ງໝັ້ນຂອງເຂົາວ່າ: ບໍ່ເຄີຍຄິດອາຍເລີຍ ເພາະມັນເປັນອາຊີບ,ເປັນຄວາມມັກ. ແຖມຍັງສາມາດຫາລ້ຽງຊີບໃຫ້ແກ່ຄອບຄົວຂອງຕົນໄດ້ດີອີກດ້ວຍ.


ນີ້ລະຄືບົດລະຄອນຊີວິດຂອງຄົນຕິດລໍ້ “ຄຳມອນ ພົມມະຈັນ ຫຼື ນ້ອຍ” ຜູ້ບຸກບືນສູ້ຊົນ, ດ້ວຍການຫາລ້ຽງຊີບ ໄດ້ພິສູດໃຫ້ພວກເຮົາເຫັນແລ້ວວ່າ: ບໍ່ວ່າທ່ານຈະປະກອບອາຊີບໃດກໍ່ຕາມ ຂໍພຽງແຕ່ເຮົາມີກໍາລັງກາຍ, ກໍາລັງໃຈ,ມີຄວາມດຸໝັ່ນ,ຮູ້ປະຢັດມັດທະຍັດ ຮູ້ປະເມີນລາຍຮັບ-ລາຍຈ່າຍ ບໍ່ອາຍທີ່ຈະທໍາມາຫາກິນດ້ວຍຄວາມບໍລິສຸດ-ຊື່ສັດ, ຊີວິດຂອງຄົນຕິດລໍ້ຂາຍແກງໜໍ່ໄມ້ ຈົນສາມາດສ້າງຜົນກຳໄລໃຫ້ຄອບຄົວມີຢູ່ມີກິນ.ນີ້ລະຄືລາງວັນຂອງຄົນສູ້ຊີວິດຫາລ້ຽງຊີບຢ່າງຖືກກົດໝາຍ. ເຊິ່ງຕອນນີ້ເຂົາກໍ່ໄດ້ຄົ້ນພົບໂຕເອງແລ້ວວ່າໂລກນີ້ເຕັມໄປດ້ວຍໂອກາດທີ່ພ້ອມຈະມອບໃຫ້ກັບຄົນທີ່ສູ້ເພື່ອຝັນຂອງຕົນສະເໝີ.

ສຳລັບ ທ່ານໃດທີ່ມັກກິນແກງໜໍ່ໄມ້ ແຕ່ຍັງບໍ່ທັນໄດ້ລອງຊີມລົດຊາດແກງໜໍ່ໄມ້ທ້າວນ້ອຍກໍ່ຢ່າລືມອຸດໜູນໃຫ້ກຳລັງໃຈກັບຄົນສູ້ຊີວິດຄົນນີ້ແດ່ ໂດຍໂທໄປທີ່ໝາຍເລກໂທລະສັບ: 030 9572321 ຮັບຮອງວ່າບໍລິການເຖິງທີ່ແນ່ນອນ.

ໂດຍ: ມົນທຽນ/ ສຳນັກຂ່າວຈຳປາໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...