Homeຊີວິດແລະຄວາມຮັກວິທີຈັດການກັບພວກທີ່ມັກຍາດແຟນຄົນອື່ນ (ຂອງໃຜໆກໍ່ຮັກ)

ວິທີຈັດການກັບພວກທີ່ມັກຍາດແຟນຄົນອື່ນ (ຂອງໃຜໆກໍ່ຮັກ)

Published on

ຫາກວັນໜຶ່ງຄວາມຮັກຂອງທ່ານເກີດມີມືທີສາມເຂົ້າມາແຊກລະຫວ່າງກາງ ແນ່ນອນວ່າຄົງຈະບໍ່ມີໃຜສາມາດຢູ່ເສີຍຄືທອງບໍ່ຮູ້ຮ້ອນໄດ້ ໃນຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ ເຮົາຈະມາແນະນຳວິທີຈັດການກັບພວກທີ່ມັກຍາດແຟນຄົນອື່ນ ຫາກຕອນນີ້ຄວາມຮັກຂອງທ່ານໃດກັບລັງມີມານເຂົ້າມາວຸ້ນວາຍຢູ່ ກໍ່ລອງເອົາວິທີ່ດັ່ງກ່າວນີ້ໄປໃຊ້ລອງເບິ່ງ

70050

  1. ຢ່າໃຊ້ອາລົມ

ເພາະການໃຊ້ອາລົມບໍ່ໄດ້ຊ່ວຍຫຍັງໃຫ້ດີຂຶ້ນເລີຍ ມີແຕ່ຈະເຮັດໃຫ້ເລື່ອງທຸກຢ່າງຮ້າຍແຮງຂຶ້ນຕື່ມ ແທນທີ່ທ່ານຈະໄປໂວຍວາຍ ຫຼື ໃຊ້ກຳລັງກັບບຸກຄົນທີ່ເປັນມືທີສາມທີ່ມາພົວພັນກັບແຟນຂອງທ່ານ ຫຼື ໄປຕຳນິແຟນຂອງທ່ານແນວນັ້ນແນວນີ້ ທ່ານຄວນເຕືອນສະຕິໃຫ້ກັບບຸກຄົນທີ່ເປັນມືທີສາມ ດ້ວຍການສະແດງໃຫ້ຮູ້ວ່າ ທ່ານນີ້ແຫຼະເປັນຄົນທີ່ເໝາະສົມທີ່ສຸດສຳລັບເຂົາ

Signs She's Extremely Jealous

2. ພະຍາຍາມຂັດຂວາງມືທີສາມ ໃຫ້ອອກນອກວົງໂຄຈອນຊີວິດຮັກຂອງທ່ານເລີຍ ແຕ່ບໍ່ໝາຍຄວາມວ່າໃຫ້ທ່ານໄປເຮັດທ່ານທີລັງກຽດ ຫຼື ບໍ່ເປັນມິດກັບເຂົາ ບາງຄັ້ງທ່ານຕ້ອງເຮັດຄືໃຈດີ, ໃຈກ້ວາງ ຍອມໃຫ້ເຂົາເຂົ້າມາຮ່ວມກິດຈະກຳບາງຢ່າງນຳພວກທ່ານ ແຕ່ຢ່າຍອມໃຫ້ເຂົາເຂົ້າໃກ້ຄົນຮັກຂອງທ່ານແບບສອງຕໍ່ສອງເດັດຂາດ ພຽງແຕ່ສະແດງໃຫ້ເຂົາເຫັນເຖິງຄວາມຮັກລະຫວ່າງທ່ານກັບແຟນມີຫຼາຍພຽງໃດກໍ່ພໍແລ້ວ ຖ້າເຂົາຍັງມີຢາງອາຍ ຮູ້ຈັກດີຊົ່ວຢູ່ ເຂົາກໍ່ຈະເລີກວຸ້ນວາຍກັບຄົນຮັກທ່ານເອງ (ເວົ້າງ່າຍໆແຕ່ມີໜ້ອຍຄົນຈະເຮັດໄດ້ຂໍຢ່າໃຫ້ເລື່ອງແບບນີ້ເກີດຂຶ້ນກັບຂ້າພະເຈົ້າເລີຍ)

3. ປະເຊີນໜ້າກັບຄູ່ແຂ່ງຢ່າງເຊິ່ງໆໜ້າໄປເລີຍ ກໍລະນີທີ່ທ່ານເຫຼືອອົດແທ້ໆ

womenlove-01

4. ທ່ານຄວນລົມກັບແຟນຂອງທ່ານແບບກົງໄປກົງມາບໍ່ອ້ອມຂ້ອມ ແລະ ຂໍໃຫ້ເຂົາເປັນຝ່າຍເລີກພົວພັນກັບຄົນນັ້ນແທນ ເພາະເລື່ອງນີ້ເປັນເລື່ອງທີ່ຕົບມືຂ້າງດຽວບໍ່ດັງ ບາງຄັ້ງອາດຈະບໍ່ແມ່ນຄວາມຜິດຂອງຝ່າຍດຽວ ບາງເທື່ອຝ່າຍຕົນເອງນັ້ນແຫຼະ ທີ່ເປັນຄົນນຳມືທີສາມເຂົ້າມາ.

 

ທີ່ມາຈາກ: http://www.mettadham.ca/
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...