Homeຂ່າວຕ່າງປະເທດIUCN ປົດໝີແພນດ້າຍັກ ອອກຈາກບັນຊີສ່ຽງສູນພັນ ຫລັງຈີນອະນຸລັກໄດ້ດີ ຈົນປະຊາກອນເພີ່ມ!

IUCN ປົດໝີແພນດ້າຍັກ ອອກຈາກບັນຊີສ່ຽງສູນພັນ ຫລັງຈີນອະນຸລັກໄດ້ດີ ຈົນປະຊາກອນເພີ່ມ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກັນຍານີ້ວ່າ ສະຫະພາບສາກົນ ເພື່ອການອະນຸລັກທຳມະຊາດ ແລະ ຊັບພະຍາກອນທຳມະຊາດ (IUCN) ໄດ້ມີມະຕິປົດ ໝີແພນດ້າຍັກ ອອກຈາກບັນຊີສັດທີ່ສ່ຽງສູນພັນ (endangered) ຫລັງຄວາມພະຍາຍາມນັບຫລາຍສິບປີຂອງລັດຖະບານຈີນ ໃນການອະນຸລັກ ແລະ ເພາະພັນສັດປະຈຳຊາດຊະນິດນີ້ ໃຫ້ມີປະຊາກອນເພີ່ມຂຶ້ນ ຊຶ່ງຈາກການປະເມີນຫລ້າສຸດ ປະຊາກອນໝີແພນດ້າຍັກ ໃນໄວອາຍຸທີ່ເປັນຜູ້ໃຫຍ່ແລ້ວ ມີຢູ່ປະມານ 1,864 ໂຕ ແລະ ເຖິງແມ່ນຈະບໍ່ສາມາດ ຢືນຢັນຕົວເລກທີ່ແນ່ນອນໄດ້ ແຕ່ຫາກນັບລວມກັບລູກໝີແພນດ້າແລ້ວ ຈະເຮັດໃຫ້ທົ່ວໂລກ ມີໝີແພນດ້າຍັກ ບໍ່ໜ້ອຍກວ່າ 20,60 ໂຕ ໃນປັດຈຸບັນ.

ຫລັກຖານການສຳຫລວດໃນລະດັບຊາດ ໄດ້ຊີ້ບອກວ່າ ການຫລຸດລົງຂອງປະຊາກອນແພນດ້າຍັກໃນອະດີດ ໄດ້ຖືກຢຸດຢັ້ງແລ້ວ ແລະ ໃນເວລານີ້ ພວກມັນກຳລັງເລີ່ມມີຈຳນວນເພີ່ມຂຶ້ນເລື້ອຍໆ, IUCN ລະບຸ.

US-ANIMAL-PANDA

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...