Homeຂ່າວເຫດການຍທຂ ນະຄອນຫລວງວຽງຈັນ ແຈ້ງປິດບາງເສັ້ນທາງ ໄລຍະກອງປະຊຸມສຸດຍອດອາຊຽນ!

ຍທຂ ນະຄອນຫລວງວຽງຈັນ ແຈ້ງປິດບາງເສັ້ນທາງ ໄລຍະກອງປະຊຸມສຸດຍອດອາຊຽນ!

Published on

ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28–29 ທີ່ລາວເຮົາໄດ້ຮັບກກຽດເປັນເຈົ້າພາບ ໃຫ້ດຳເນີນໄປຢ່າງສະດວກ ແລະ ມີຜົນສຳເລັດສູງ, ດັ່ງນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 3125/ຍທຂ.ນວ ລົງວັນທີ 2 ກັນຍາ 2016 ເຖິງ: ບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ, ພະນັກງານ, ທະຫານ, ຕຳຫລວດ, ຕະຫລອດຮອດປະຊາຊົນບັນດາເຜົ່າ ຜູ້ນຳໃຊ້ລົດໃຊ້ຖະໜົນ ໃນທົ່ວນະຄອນຫລວງວຽງຈັນ ຮັບຊາບ:

  1. ເລີ່ມຕັ້ງແຕ່ວັນທີ 6 ຫາ 8/9/2016 ເປັນຕົ້ນໄປ ໃຫ້ງົດການສັນຈອນພາຫະນະທຸກປະເພດ ຕາມເສັ້ນທາງສຳຄັນດັ່ງນີ້: ຖະໜົນ ໄກສອນ ພົມວິຫານ (ແຕ່ປະຕູໄຊ-ສີ່ແຍກໄຟອຳນາດດົງໂດກ) ຖະໜົນຈອນມະນີ (ແຕ່ວົງວຽນໂທລະພາບແຫ່ງຊາດ-ສີ່ແຍກໄຟອຳນາດໜອງໜ່ຽງ)
  1. ໃຫ້ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວ (ເປັນບາງເວລາ) ຕາມຖະໜົນດັ່ງນີ້:
  • ຖະໜົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟອຳນາດສີຫອມ ຫລັກ 1)
  • ຖະໜົນເສດຖາທິລາດ (ສີ່ແຍກໄຟອຳນາດສີຫອມ ຫລັກ 1- ສີ່ແຍກໄຟອຳນາດທາດຂາວ)
  • ຖະໜົນສາມແສນໄທ (ສີ່ແຍກໄຟອຳນາດທາດຂາວ-ສາມແຍກສວນເຈົ້າຟ້າງຸ່ມຫລັກ 2)
  • ຖະໜົນເຈົ້າຟ້າງຸ່ມ (ສາມແຍກທາດຂາວ-ສາມແຍກສຳນັກໃຫຍ່ ທະນາຄານການຄ້າຕ່າງປະເທດ)
  • ຖະໜົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ).
  1. ຫ້າມຈອດລົດທຸກປະເພດຕາມແຄມທາງ, ທາງຄົນຍາງ (ຟຸດບາດ) ຢ່າງເດັດຂາດ ຕາມເສັ້ນທາງທີ່ໄດ້ລະບຸໄວ້ໃນຂໍ້ທີ 1 ແລະ ຂໍ້ທີ 2 ຂ້າງເທິງນີ້.
  2. ໃຫ້ນັກຂັບຂີ່ພາຫະນະທຸກປະເພດ ປະຕິບັດຕາມສັນຍານຂອງ ເຈົ້າໜ້າທີ່ຕຳຫລວດຈະລາຈອນ ທີ່ປະຈຳຢູ່ແຕ່ລະຈຸດຕາມເສັ້ນທາງຢ່າງເຂັ້ມງວດ.
  3. ມາດຕະການໃນການຈັດຕັ້ງປະຕິບັດ ມອບໃຫ້ຂະແໜງຄຸ້ມຄອງ ການຂົນສົ່ງພະແນກ ຍທຂ ນວ ເຈົ້າໜ້າທີ່ຕຳຫລວດຈະລາຈອນ ທຸກພາກສ່ວນໄດ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດເດັດຂາດ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...