Homeສຸຂະພາບ ແລະ ສີ່ງແວດລ້ອມຫາກບໍ່ຢາກຟອກໝາກໄຂ່ຫຼັງຕອນເຖົ້າ ຄວນປະຕິບັດດັ່ງນີ້

ຫາກບໍ່ຢາກຟອກໝາກໄຂ່ຫຼັງຕອນເຖົ້າ ຄວນປະຕິບັດດັ່ງນີ້

Published on

ຫາກຜູ້ປ່ວຍໂຣກໝາກໄຂ່ຫຼັງຮູ້ຈັກຖະໜອມໝາກໄຂ່ຫຼັງຢ່າງຖືກວິທີ ຈະເຮັດໃຫ້ມີຊີວິດທີ່ຍືນຍາວ ໂດຍບໍ່ຕ້ອງເຂົ້າສູ່ຂະບວນການລ້າງໝາກໄຂ່ຫຼັງ ຟອກເລືອດ ແລະ ການປູກຖ່າຍໝາກໄຂ່ຫຼັງ ເຊິ່ງວິທີການຖະໜອມຫມາກໄຂ່ຫຼັງມີດັ່ງຕໍ່ໄປນີ້:

– ຄວບຄຸມຄວາມດັນເລືອດໃຫ້ຢູ່ໃນລະດັບປົກກະຕິ ຄືລະດັບຕ່ຳກວ່າ 130/80

– ຄວບຄຸມລະດັບນ້ຳຕານໃນເລືອດ ໂດຍສະເພາະຜູ້ປ່ວຍໂຣກເບົາຫວານ

– ຄວບຄຸມ ຫຼື ຫຼີກລ່ຽງອາຫານປະເພດໂປຣຕິນຈາກຊີ້ນສັດ ເພື່ອບໍ່ໃຫ້ລະດັບຂອງເສຍໃນຮ່າງກາຍເພີ່ມຂຶ້ນ ເນັ້ນການກິນໂປຣຕິນຈາກຊີ້ນປາ ແລະ ໄຂ່ຂາວ ເນື່ອງຈາກຍ່ອຍງ່າຍ ແລະ ມີຄຸນຄ່າທາງອາຫານສູງ

– ຫຼີກລ່ຽງອາຫານເຄັມ ຂອງໝັກດອງ ຂະໜົມຕ່າງໆ ແລະ ອາຫານສຳເລັດຮູບ ໂດຍສະເພາະຜູ່ທີ່ມີຄວາມດັນເລືອດສູງ ແລະ ອາການບວມ

– ຫຼີກລ່ຽງອາຫານປະເພດຫວານ, ມັນ ເຊັ່ນ: ກະທິ, ຊີ້ນຕິດມັນ ອາຫານປະເພດຈືນ ໄຂ່ແດງ ອາຫານທະເລ ເປັນຕົ້ນ ເພາະຖ້າຫາກມີໄຂມັນໃນເລືອດສູງຈະເຮັດໃຫ້ຫຼອດເລືອດແດງແຂງຕົວ ແລະ ເປັນຜົນເສຍຕໍ່ໝາກໄຂ່ຫຼັງ

– ງົດການສູບຢາ

– ໝັ້ນອອກກຳລັງກາຍເບົາໆເປັນປະຈຳ

– ດື່ມນ້ຳສະອາດໃຫ້ໄດ້ມື້ລະ 6-8 ຈອກ

ການປັບປ່ຽນພຶດຕິກຳການບໍລິໂພກອາຫານ ເລືອກກິນອາຫານທີ່ມີປະໂຫຍດ ງົດອາຫານຫວານ ມັນ ເຄັມ ດື່ມນ້ຳສະອາດ ອອກກຳລັງກາຍສະໝ່ຳສະເໝີ ບໍ່ຊື້ຢາກິນເອງ ຫຼີກລ່ຽງປັດໃຈສ່ຽງທີ່ເຮັດໃຫ້ເກີດໂຣກເບົາຫວານ ແລະ ຄວາມດັນເລືອດສູງ ຈະເປັນການປ້ອງກັນທີ່ດີທີ່ຈະຊ່ວຍໃຫ້ຮ່າງກາຍແຂງແຮງ ໝາກໄຂ່ຫຼັງແຂງແຮງຕະຫຼອດໄປໄດ້

ຂໍ້ມູນຈາກ http://www.rak-sukapap.com/2016/08/blog-post_555.html
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...