Homeສຸຂະພາບ ແລະ ສີ່ງແວດລ້ອມ4 ອາຫານທີ່ທຳລາຍກະດູກ!

4 ອາຫານທີ່ທຳລາຍກະດູກ!

Published on

ກະດູກ ເປັນອະໄວຍະວະທີ່ສຳຄັນຫຼາຍ ຄົນທີ່ຮັກສຸຂະພາບ ແລະບຳລຸງກະດູກ ດ້ວຍການເສີມແຄວຊຽມ ອາຫານທີ່ມີປະໂຫຍດ ບຳລຸງກະດູກ ອອກກຳລັງກາຍສະໝໍ່າສະເໝີ, ພຽງເທົ່ານັ້ນກໍຍັງບໍ່ພຽງພໍ ກັບການຮັກສາກະດູກໃຫ້ແຂງແຮງ ເພາະວ່າອາຫານທີ່ເຮົາກິນທຸກມື້ນີ້ ມີສ່ວນໃນການທຳລາຍກະດູກໄດ້

#  ບັນຫາຂອງກະດູກ: ກະດູກທີ່ຖືກທໍາລາຍຈົນບາງ ມີຜົນຕໍ່ການເຈັບເປັນຂອງຮ່າງກາຍໄດ້ຫຼາຍ ເຮັດໃຫ້ເກີດພະຍາດໄດ້ຫຼາຍພະຍາດ ເມື່ອອາຍຸຫຼາຍຂຶ້ນ ໂດຍສະເພາະໃນຜູ້ຍິງທີ່ມີອາຍຸ 30 ປີຂຶ້ນໄປ ຄວາມໜາຂອງກະດູກ ຈະເລີ່ມຫຼຸດລົງ ຫາກບໍ່ໄດ້ບໍາລຸງກະດູກໃຫ້ແຂງແຮງດີ ກໍອາດເກີດກະດູກບາງ ແລະແຕກຫັກໄດ້ງ່າຍ ແລະເກີດພະຍາດກະດູກຜ່ອຍໄດ້

#   ອາຫານທີ່ທໍາລາຍກະດູກ:

  1. ກາເຟ: ມີການວິໄຈຈາກສະຫະລັດອາເມລິກາວ່າ ການກິນກາເຟ ຫຼາຍກວ່າມື້ລະ 2 ແກ້ວ ມີຜົນເຮັດໃຫ້ກະດູກບາງໄດ້ ເນື່ອງຈາກຄາເຟອິນໃນກາເຟ ຈະເຮັດໃຫ້ຮ່າງການຂັບແຄວຊຽມອອກມາທາງປັດສະວະໄດ້
  2. ນໍ້າອັດລົມ: ມີຜົນເຮັດໃຫ້ພາວະກະດູກຫັກໄດ້ງ່າຍ ໂດຍຜູ້ທີ່ມັກກິນນໍ້າອັດລົມຕະຫຼອດ ຈະມີໂອກາດເກີດກະດູກຜ່ອຍຫຼາຍກວ່າຜູ້ທີ່ບໍ່ກິນ 3-4 ເທົ່າ
  3. ໂປຣຕີນຈາກຊີ້ນ: ໃນຊີ້ຈະມີກົດ ສົ່ງຜົນເຮັດໃຫ້ເກືອ ແລະແຄວຊຽມ ຖືກດຶງໂຕອອກຈາກກະດູກ, ການສຶກສາພົບວ່າ ຄົນທີ່ມັກກິນອາຫານທີ່ມີໂປຣຕີນສູງດົນໆ ຈະເຮັດໃຫ້ກະດູກບາງກວ່າຄົນທີກິນອາຫານແບບປົກກະຕິ
  4. ກິນອາຫານເຄັມ: ການກິນອາຫານເຄັມ ນອກຈາກຈະມີຜົນທີ່ບໍ່ດີຕໍ່ຮ່າງກາຍຫຼາຍ ໂດຍສະເພາະແມ່ນໝາກໄຂ່ຫຼັງ ແລ້ວຍັງສົ່ງຜົນໃຫ້ຮ່າງກາຍຂັບແຄວຊຽມອອກມາທາງນໍ້າປັດສະວະ ເຮັດໃຫ້ກະດູກອ່ອນ ແລະບໍ່ແຂງແຮງໄດ້ເທົ່າທີ່ຄວນ

#   ວິທີເຮັດໃຫ້ກະດູກແຂງແຮງ:

  • ກິນກາເຟ ບໍ່ໃຫ້ເກີນມື້ລະ 1-2 ແກ້ວ ຫຼືປ່ຽນມາກິນຊາຂຽວ ເຊິ່ງມີຄາເຟອິນໜ້ອຍ ແລະຍັງມີສານຕ້ານອະນຸມູນອິດສະລະທີ່ດີຕໍ່ຮ່າງກາຍອີກດ້ວຍ
  • ຢຸດກິນນໍ້າອັດລົມ
  • ຫຼີກລຽງການກິນອາຫານທີ່ມີໂປຣຕີນສູງ ໂດຍສະເພາະໂປຣຕີນຈາກຊີ້ນ ເລືອກກິນໂປຣຕີນຈາກຜັກ ເຊິ່ງບໍ່ສົ່ງຜົນຕໍ່ກະດູກໃຫ້ຫຼາຍຂຶ້ນເຊັ່ນ: ເຕົາຫູ້, ໝາກຖົ່ວ…
  • ຫຼີກລຽງການກິນອາຫານເຄັມ ແລະໝີ່ ເຊິ່ງເປັນແຫຼ່ງຂອງເກືອໂຊດຽມ
  • ອອກກຳລັງກາຍ ເປັນວິທີ ທີ່ຊ່ວຍໃຫ້ກະດູກແຂງແຮງ ບໍ່ວ່າຈະເປັນການຍ່າງ, ແລ່ນ, ເຕັ້ນແອໂລບິກ ຈະຊ່ວຍຄວາມໜາໃຫ້ກະດູກໄດ້

ທີ່ມາ: kaijeaw
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...