Homeຂ່າວພາຍ​ໃນພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ຮ່ວມກອງປະຊຸມສຸດຍອດຈີ 20 ທີ່ຫາງໂຈ, ສປ ຈີນ

ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ຮ່ວມກອງປະຊຸມສຸດຍອດຈີ 20 ທີ່ຫາງໂຈ, ສປ ຈີນ

Published on

ໂດຍຕອບສະໜອງການເຊີນຂອງພະນະທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ, ປະທານ ແລະ ເຈົ້າພາບການຈັດກອງປະຊຸມກຸ່ມຈີ 20, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະທານໝູນວຽນອາຊຽນປີ2016, ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ອອກເດີນທາງຈາກນະຄອນຫລວງວຽງຈັນ ໃນວັນທີ 2 ກັນຍາ 2016 ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງບັນດາຜູ້ນຳກຸ່ມພັດທະນາແລ້ວ (ຈີ 20), ຄັ້ງທີ 11 ຊຶ່ງໄດ້ຈັດຂຶ້ນໃນວັນທີ 2-6 ກັນຍານີ້ ທີ່ຫາງໂຈ, ສປ ຈີນ.

ໃນໂອກາດດັ່ງກ່າວ, ພະນະທ່ານປະເທດປະທານ ບຸນຍັງ ວໍລະຈິດ ຈະໄດ້ມີຄຳເຫັນຕໍ່ກອງປະ ຊຸມສຸດຍອດ ຈີ20 ຄັ້ງນີ້ ໃນພາກທີ່ຈະປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາອື່ນໆ ທີ່ມີຜົນກະທົບຕໍ່ເສດຖະກິດໂລກ. ນອກນີ້, ພະນະທ່ານປະທານປະເທດ ແລະ ຄະນະກໍໄດ້ພົບປະສອງຝ່າຍກັບຄະນະຜູ້ແທນ ສປ ຈີນ, ນຳໂດຍພະນະທ່ານ ສີ ຈິ້ນຜິງ, ເພື່ອປຶກສາຫາລືໃນການຊຸກຍູ້ສົ່ງເສີມການພົວພັນ

ແລະ ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ຈະເຄື່ອນໄຫວຢ້ຽມຊົມບັນດາເຂດອຸດສາຫະກຳ, ວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງຫາງໂຈ ຈຳນວນໜຶ່ງ.

ກຸ່ມຈີ 20 ແມ່ນກຸ່ມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ 20 ປະເທດ, ເປັນເວທີທີ່ສຳຄັນໃນການປຶກສາຫາລືບັນຫາດ້ານເສດຖະກິດ ແລະ ການເງິນໂລກ, ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ກັນຍາ ປີ 1999 ທີ່ວໍຊິຕັນ ດີຊີ ສະຫະລັດ ອາເມລິກາ, ຊຶ່ງໃນເບື້ອງຕົນມີ 7 ປະເທດອຸດສາຫະກຳທີ່ສຳຄັນຄື: ການາດາ, ຝຣັ່ງ,ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ອັງກິດ ແລະ ສະຫະລັດ ອາ ເມລິກາ, ຕໍ່ມາສະມາຊິກ ກໍໄດ້ເພີ່ມຂຶ້ນເປັນ 19 ປະເທດ ແລະ1 ອົງການ, ໃນນີ້ມີ 8 ປະເທດຈາກພາກພື້ນ-ອາຊີປາຊີຟິກ: ຍີ່ປຸ່ນ, ສປ ຈີນ, ອິນເດຍ, ຕວັກກີ, ອິນໂດເນເຊຍ,ສ.ເກົາຫລີ, ອົດສະຕາລີ ແລະ ຊາອຸດີ ອາຣາເບຍ, ພາກອາຝຣິກກາມີ: ອາຝຣິກກາໃຕ້, ພາກພື້ນເອີຣົບມີ 5 ປະເທດ ແລະ 1 ອົງການ: ຝຣັ່ງ, ເຢຍລະມັນ, ອີຕາລີ, ອັງກິດ, ລັດເຊຍ ແລະ ສະຫະພາບເອີຣົບ, ພາກພື້ນອາເມລິ ການມີ 5ປະເທດ: ສະຫະລັດ ອາເມລິກາ, ການາດາ, ແມັກຊີໂກ, ອາກຊັງຕິນ ແລະ ບຣາຊິນ. ຈີ 20 ບໍ່ມີສຳນັກງານກອງເລຂາຖາວອນ, ແຕ່ຈະມີການສັບປ່ຽນໝູນວຽນກັນເປັນປະຈຳໃນແຕ່ລະປີ ລະ ຫວ່າງບັນດາປະເທດສະມາຊິກ ໃນການເປັນເຈົ້າພາບຈັດກອງປະຊຸມ, ແຕ່ຈະມີກອງເລຂາແບບຊົ່ວ ຄາວທີ່ຕັ້ງຂຶ້ນໂດຍປະເທດທີ່ເປັນປະທານກອງປະຊຸມ.

ຈຸດປະສົງຂອງການຮ່ວມມືຂອງກຸ່ມຈີ 20 ແມ່ນເພື່ອປຶກສາຫາລືຊອກຊ່ອງທາງແກ້ໄຂ ຮັບມືກັບບັນຫາວິກິດການດ້ານເສດຖະກິດ ແລະ ການເງິນໂລກ, ສ້າງສະຖຽນລະພາບ ແລະ ການຈະເລີນເຕີບໂຕຂອງເສດຖະກິດແບບຍືນຍົງ, ມີການປະຕິຮູບ ແລະ ປັບປຸງລະບົບການເງິນສາກົນໃນການສົ່ງເສີມລະບຽບທາງດ້ານການເງິນເພື່ອຫລຸດຄວາມສ່ຽງ ແລະ ປ້ອງກັນບໍ່ໃຫ້ເກີດວິກິດການທາງການເງິນໃນອະນາຄົດ.

 

ຂ່າວຈາກ: laophatthananewspaper
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...