spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕໍາຫລວດໄທໄລລ່າມືສັງຫານຍິງລາວ 2 ຄົນ ທີ່ຈັງຫວັດກາລະສິນ

ຕໍາຫລວດໄທໄລລ່າມືສັງຫານຍິງລາວ 2 ຄົນ ທີ່ຈັງຫວັດກາລະສິນ

Published on

ຕາມແຫລ່ງຂ່າວສໍານັກຂ່າວໄທໄດ້ເປີດເຜີຍໃນວັນທີ 3 ກັນຍາ 2016 ນີ້ວ່າ: ເຈົ້າໜ້າທີ່ຕໍາຫລວດກາລະສິນໄດ້ຈັດໜ່ວຍພິເສດໄລ່ລ່າກຸ່ມຄາຕະກອນໂຫດຫ້ຽມທີ່ຂ້າຍິງລາວ 2 ຄົນຢ່າງປ່າເຖື່ອນໃນແຂວງກາລະສິນຂອງໄທໃນວັນທີ 2 ກັນຍາ 2016 ຜ່ານມາ ໃນສະຖານທີ່ເກີດເຫດພົບຊິມໂທລະສັບ ແລະ ໂທລະສັບ ພ້ອມເງິນກີບລາວຕົກຢູ່.

463

ຕອນບ່າຍຂອງວັນທີ 3 ກັນຍາ 2016 ເວລາ 14:00 ໂມງ ທີ່ຫ້ອງປະຊຸມ ສະຖານີຕຳຫຼວດ ກຸສິນາຣາຍ ຈັງຫວັດກາລະສິນ ທ້າວ ບົວໄລ ແສນສັກດາ ອາຍຸ 42 ປີ ຜູ້ເປັນອ້າຍຂອງນາງ ຈັນສະໝອນ ຫຼື ອີດ ອາຍຸ 26 ປີ ເຊິ່ງເປັນໜຶ່ງໃນຜູ້ເສຍຊີວິດ ແລະ ທ້າວເຊຍ ອ້າຍຂອງນາງ ກອງຄຳ ອາຍຸ 40 ປີ ເຊິ່ງເປັນອີກໜຶ່ງໃນຜູ້ເສຍຊີວິດ ພ້ອມຍາດພີ່ນ້ອງ ເຊິ່ງທັງໝົດເປັນຄົນລາວ ຈາກແຂວງສະຫວັນນະເຂດ ໄດ້ເດີນທາງເຂົ້າຢືນຢັນວ່າທັງສອງຄົນເປັນຍາດພີ່ນ້ອງຂອງຕົນ ແລະ ໃຫ້ປາກຄຳຕໍ່ເຈົ້າໜ້າທີ່ວ່າ ບຸກຄົນທັງສອງໄດ້ເດີນທາງເຂົ້າມາປະເທດໄທ ໄດ້ປະມານ 8-9 ມື້ແລ້ວ ຫຼັງຈາກນັ້ນກໍ່ຂາດການຕິດຕໍ່ ແລະ ທັງສອງກໍ່ບໍ່ໄດ້ບອກກັບຍາດພີ່ນ້ອງໄວ້ວ່າເຈົ້າມາປະເທດໄທດ້ວຍສາເຫດໃດ.

820

ໂດຍການສອບສ່ວນຢ່າງລະອຽດເຈົ້າໜ້າທີ່ພົບຮອຍລໍ້ລົດເປັນທາງຍາວຕັ້ງແຕ່ຖະໜົນລະຫວ່າງບ້ານກຸດຫວ້າ – ໜອງຫ້າງ ເຂົ້າໄປໃນປ່າຈົນເຖິງຈຸດທີ່ພົບສົບ ຄາດວ່າຄົງຈະເປັນລົດຂອງຄົນຮ້າຍ ນອກຈາກນີ້ ຍັງພົບຮອຍລາກສົບເຂົ້າໄປໃນປ່າອີກດ້ວຍ ເບື້ອງຕົ້ນໄດ້ສັນນິຖານວ່າ ຜູ້ຕາຍທັງສອງຄົນຈະຖືກຂ້າຕາຍຈາກບ່ອນອື່ນ ແລ້ວນຳສົບມາຖິ້ມໄວ້ໃນປ່າດັ່ງກ່າວ ເຊິ່ງຄາດວ່າຄົນຮ້າຍມີບໍ່ຕ່ຳກວ່າ 2-3 ຄົນ ແລະ ໜ້າຈະຮູ້ຈັກຄົນຕາຍ ແລະ ຮູ້ຈັກພື້ນທີ່ນີ້ເປັນຢ່າງດີ ເພາະຈຸດທີ່ຖີ້ມສົບໄວ້ ເປັນບ່ອນສອກຫຼີກລັບຕາຄົນ.

ສ່ວນແນວທາງການສືບສວນເຈົ້າໜ້າທີ່ຕຳຫຼວດຕັ້ງໄວ້ 3 ປະເດັນຄື: ເລື່ອງຊູ້ສາວ, ການຫັກຫຼັງທາງທຸລະກິດຜິດກົດໝາຍ ແລະ ການພົວພັນກັບຢາເສບຕິດ.

ສ່ວນຜົນການຊັນນະສູດສົບຂອງແພດນັ້ນພົບວ່າ ນາງ ກອງຄຳ ແລະ ນາງ ຈັນສະໝອນ ມີຮອຍກະສຸນປືນຂະໜາດ ຈຸດ 38 ຖືກຍິງເຂົ້າທີ່ບໍລິເວນຫົວຄົນລະ 1 ນັດ ແລະ ໃນຫົວຂອງນາງກອງຄຳ ຍັງພົບຫົວກະສຸນປືນທີ່ຍັງຝັງຢູ່ອີກດ້ວຍ ຢ່າງໃດກໍ່ຕາມຂະນະນີ້ຊຸດສືບສວນທັງໝົດ 3 ທີມ ກຳລັງເລັ່ງໄລ່ລ່າຄົນຮ້າຍ ຄາດວ່າຈະຮູ້ຕົວຄົນຮ້າຍໃນໄວໆນີ້.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...