Homeຂ່າວພາຍ​ໃນຜົນການແຂ່ງຂັນນັດລະຫວ່າງທີມຊາດລາວ ພົບກັບ ທີມຊາດກວມ ເມື່ອວັນທີ 3/9/2016

ຜົນການແຂ່ງຂັນນັດລະຫວ່າງທີມຊາດລາວ ພົບກັບ ທີມຊາດກວມ ເມື່ອວັນທີ 3/9/2016

Published on

ການແຂ່ງຂັນ ບານເຕະຍິງ U16 ຊີງແຊ້ມອາຊີ 2017 ຮອບຄັດເລືອກ ກຸ່ມ A, ທີມຊາດລາວ ລົງແຂ່ງຂັນເປັນນັດສຸດທ້າຍ ພົບກັບ ທີມຊາດກວມ ເຊິ່ງກ່ອນການແຂ່ງຂັນ ທີມຊາດລາວເຮົາມີ 6 ຄະແນນຢູ່ອັນດັບທີ 2 ຂອງຕາຕະລາງ, ສ່ວນ ທີມຊາດກວມ ຢູ່ອັນດັບທີ 5 ມີ 0 ຄະແນນ ເຊິ່ງຖ້າ ທີມຊາດລາວ ຕ້ອງການເປີດໂອກາດ ໃນການເຂົ້າຮອບຕໍ່ໄປ ໃຫ້ກວ້າງຂຶ້ນ ພວກເຮົາຕ້ອງເອົາຊະນະ ທີມຊາດກວມ ໃຫ້ໄດ້ ແລະ ຍິງປະຕູໃຫ້ໄດ້ຫຼາຍໆ ເນື່ອງຈາກຍັງຕ້ອງໄດ້ລຸ້ນ ຜົນການແຂ່ງຂັນຂອງ ທີມຊາດມຽນມາ.

637_sub_2

ຜົນການແຂ່ງຂັນ ປະກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດກວມ ໄປໄດ້ 14 ປະຕູຕໍ່ 1 ເປີດໂອກາດເຂົ້າຮອບຕໍ່ໄປ ໃຫ້ສູງຂຶ້ນ ເຊິ່ງ ທີມຊາດລາວ ມີເງື່ອນໄຂເຂົ້າຮອບຕໍ່ໄປຄື ໃນ 2 ນັດສຸດທ້າຍຂອງ ທີມຊາດມຽນມາ ພວກເຮົາຕ້ອງລຸ້ນໃຫ້ ພວກເຂົາ ເຮັດຄະແນນລຸດມື ຢ່າງຕໍ່ຳ 2 ຄະແນນ ຄືຢ່າງໜ້ອຍ ຕ້ອງລຸ້ນໃຫ້ ທີມຊາດມຽນມາ ສະເໝີ 1 ໃນ 2 ນັດທີ່ເຫຼືອ ເພື່ອຈະມີຄະແນນໜ້ອຍກວ່າ ທີມຊາດລາວ ແຕ່ຖ້າພວກເຂົາສາມາດ ເອົາຊະນະໄດ້ທັງ 2 ນັດ ພວກເຂົາຈະມີ 9 ຄະແນນ ເທົ່າກັບ ທີມຊາດລາວ ເຖິງແມ່ນວ່າ ທີມຊາດລາວ ຈະເອົາຊະນະ ທີມຊາດມຽນມາ ມາກ່ອນ 5 ປະຕູຕໍ່ 2 ກໍ່ຕາມ ແຕ່ຖ້ານັດສຸດທ້າຍ ທີມຊາດມຽນມາ ສາມາດເອົາຊະນະ ທີມຊາດໄທ ໄດ້ ກໍ່ເທົ່າກັບວ່າ ພວກເຂົາສາມາດ ເອົາຊະນະທີມ ທີ່ເອົາຊະນະ ທີມຊາດລາວ ເຊິ່ງຈະເປັນລັກສະນະຂອງ ງູກິນຫາງ ແລະ ໃນກໍລະນີນີ້ ຕ້ອງໄດ້ມາເບິ່ງປະຕູທີ່ ທີມຊາດມຽນມາ ຍິງ ທີມຊາດໄທ ໄດ້ ເຊິ່ງຖ້າ ທີມຊາດມຽນມາ ຕ້ອງການເຂົ້າຮອບຕໍ່ໄປ ພວກເຂົາຕ້ອງເອົາຊະນະ ທີມຊາດໄທ 3 ປະຕູຂຶ້ນໄປ.

637_sub_4

ດັ່ງນັ້ນ, ພວກເຮົາມາຮ່ວມລຸ້ນນຳກັນວ່າ ທີມຊາດມຽນມາ ຈະມີຜົນງານຄືແນວໃດ, ພວກເຂົາຈະສາມາດ ເກັບໄຊະນະໄດ້ທັງ 2 ນັດຊ້ອນ ແລະ ສາມາດເອົາຊະນະ ທີມຊາດໄທ ໄດ້ຫຼາຍກວ່າ 3 ປະຕູ ຫຼື ບໍ່ ແລະ ທີມໃດທີ່ຈະສາມາດ ຜ່ານເຂົ້າໄປແຂ່ງ ໃນຮອບສຸດທ້າຍ ພ້ອມກັບ ທີມຊາດໄທ ເຮົາມາຕິດຕາມນຳກັນ.

 

ຂອບໃຈພາບຈາກ ສະຫະພັນບານເຕະ ແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...