Homeມູມໄອທີລາວເກືອບຊັອກໂລກ! ຊຳຊຸງເກັບຄືນກາແລັກຊີ ໂນດ7 ພາຍຫຼັງເກີດລະເບີດເຖິງ 35 ເຄື່ອງທົ່ວໂລກ

ເກືອບຊັອກໂລກ! ຊຳຊຸງເກັບຄືນກາແລັກຊີ ໂນດ7 ພາຍຫຼັງເກີດລະເບີດເຖິງ 35 ເຄື່ອງທົ່ວໂລກ

Published on

ຊຳຊຸງ ຮີບແກ້ໄຂກ່ອນສວາຍ… ປະກາດລະງັບການຂາຍ ກາແລັກຊີ່ ໂນດ 7 ແລ້ວ ພ້ອມກັບເກັບຄືນໂທລະສັບມືຖືເຮືອທຸງຂອງບໍລິສັດ ຫຼັງຈາກເປີດໂຕແລະວາງຈຳໜ່າຍໃນ 10 ປະເທດທົ່ວໂລກ ພາຍໃນບໍ່ຮອດ 2 ອາທິດ ແຕ່ຍອດຂາຍທະລຸ 2.5 ລ້ານໜ່ວຍແລ້ວ.

ແຫຼ່ງຂ່າວຈາກຕ່າງປະເທດລາຍງານວ່າ ເມື່ອວັນທີ 2 ກັນຍາ 2016 ວານນີ້ ບໍລິສັດຊຳຊຸງແຫ່ງປະເທດເກົາຫຼີໃຕ້ ໄດ້ປະກາດເກັບຄືນໂທລະສັບສະມາດໂຟນຊຳຊຸງ ກາແລັກຊີ່ ໂນດ 7 ຈາກ 10 ປະເທດທົ່ວໂລກ ພາຍຫຼັງມີລາຍງານວ່າໂທລະສັບສະມາດໂຟນລຸ້ນດັ່ງກ່າວນີ້ເກີດລະເບີດແລະໄຟໄໝ້ ເຖິງ 35 ກໍລະນີ ໃນຂະນະທີ່ສາກແບັດເຕີຣີ່.

ທ່ານ ໂຄ ດອງ ຈິນ ຫົວໜ້າສາຍງານທຸລະກິດຂອງບໍລິສັດຊຳຊຸງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນທີ່ນະຄອນຫຼວງເຊອູນ ໃນວັນສຸກ ທີ 2 ກັນຍາ ວານນີ້ວ່າ ບໍລິສັດຊຳຊຸງມີຄວາມເສຍໃຈທີ່ທາງບໍລິສັດຕ້ອງເກັບຄືນ ກາແລັກຊີ ໂນດ7 ທີ່ໄດ້ວາງຈຳໜ່າຍໃນ 10 ປະເທດທົ່ວໂລກ ລວມທັງໃນສະຫະລັດແລະເກົາຫຼີເອງ.

NjpUs24nCQKx5e1Eyi8nRwYTYxFyJOqUby1K2BTo3ZT

ຜູ້ຊ່ຽວຊານຊີ້ວ່າ ການປະກາດເກັບຄືນກາແລັກຊີໂນດ7 ຂອງຊຳຊຸງຖືເປັນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊຳຊຸງ ໃນຂະນະທີ່ທາງຊຳຊຸງຍັງຫວັງວ່າຈະສາມາດກັບມາຈຳໜ່າຍກາແລັກຊີໂນດ 7 ໄດ້ຢ່າງແຂງແຮງໃນທ້າຍປີ ເພື່ອແຂ່ງຂັນກັບໂທລະສັບຈາກຄ້າຍແອັບເປີນທີ່ຈະເປີດໂຕໃນອາທິດໜ້ານີ້.

ໃນຂະນະທີ່ພະນັກງານປະຈຳສູນຊຳຊຸງໂຊກໄຊ (ລາວ) ໄດ້ບອກວ່າ ໄດ້ຮູ້ຂ່າວກ່ຽວກັບເລື່ອງນີ້ແລ້ວ ແຕ່ກໍຍັງບໍ່ຮູ້ວ່າທາງອຳນວຍການສູນເພິ່ນຈະຕັດສິນໃຈຈັ່ງໃດ ເພາະໄລຍະທີ່ຜ່ານມາສ່ວນຫຼາຍກໍບໍ່ໄດ້ມີບັນຫາ ຖ້າມີບັນຫາໃດກໍເຂົ້າມາສູນເພື່ອໃຫ້ທາງສູນ ທຳການແກ້ໄຂໃຫ້ ແລະຢືນຢັນວ່າຍັງບໍ່ມີລູກຄ້າຄົນໃດ ນຳເອົາມືຖືຂອງຕົນເຂົ້າມາສົ່ງຄືນ ຍ້ອນຄຳປະກາດຂອງບໍລິສັດແມ່ຢູ່ເກົາຫຼີເທື່ອ.

NjpUs24nCQKx5e1Eyi8nRwYTYxFyJOr24ldFNn6RkJ6

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...