spot_img
HomeມູມໄອທີລາວSony ເປີດໂຕ Xperia XZ ແລະ Xperia X Compact ທີ່ງານ IFA 2016

Sony ເປີດໂຕ Xperia XZ ແລະ Xperia X Compact ທີ່ງານ IFA 2016

Published on

​ຫຼ້າສຸດນີ້ບໍລິສັດ Sony ໄດ້ເປີດໂຕສະມາດໂຟນ 2 ລຸ້ນໃໝ່ຫຼ້າສຸດຄື: Sony Xperia XZ ແລະ Xperia X Compact ໃນງານ IFA 2016. ໂດຍ Sony Xperia XZ ມີການອອກແບບທີ່ເອີ້ນວ່າ: “Unified Design” ເປັນການອອກແບບຕາມຂອບໂຕເຄື່ອງໃຫ້ໂຄ້ງມົນ ແລະເຮັດດ້ວຍວັດສະດຸອະລູມີນ້ຽມອັລລອຍ ALKALEIDO ທີ່ໃຫ້ຄວາມຮູ້ສຶກແບບພຣີມ້ຽມ.

ສຳລັບສະເປັກຂອງ Sony Xperia XZ ມີດັ່ງນີ້:

  • ໃຊ້ຈໍ IPS LCD ຂະໜາດ 5.2 ນິ້ວ, ຄວາມລະອຽດ Full HD (1920 x 1080 ພິກເຊວ) 424ppi.
  • CPU Qualcomm Snapdragon 820
  • GPU Adreno 530
  • RAM 3GB
  • ROM 32GB ເພີ່ມກາຣ໌ດ microSD ໄດ້ 256GB
  • ກ້ອງຫຼັງ 23 ລ້ານພິກເຊວ ພ້ອມເຊັນເຊີ້ Sony  IMX300, ຂະໜາດ 1/2.3 ນິ້ວ, ເລນ 6P, f/2.0 ແລະແຟລັດ LED flash
  • ກ້ອງຫຼັງສາມາດຖ່າຍວີດີໂອໃນລະດັບ 4K ( 3840 × 2160 ພິກເຊວ) ແລະຄຸນສົມບັດອື່ນໆກໍມາຄົບ
  • ກ້ອງໜ້າ 13 ລ້ານພິກເຊວ ດ້ວຍເລນຂະໜາດ 1/3 ນິ້ວ ແລະເປັນເລນມຸມກວ້າງ 90°
  • ເຊັນເຊີ້ສະແກນນິ້ວມືທີ່ປຸ່ມ Power ດ້ານຂ້າງໂຕເຄື່ອງ
  • ໃຊ້ລະບົບ Android 6.0 Marshmallow 
  • ແບັດເຕີຣີ 2900mAh 
  • ຮອງຮັບ 4G LTE, 3G, Wi-Fi 802.11 b/g/n, GPS, A-GPS, Bluetooth 4.2
  • ຮອງຮັບພອຣ໌ດ USB Type-C, NFC ແລະຮຸແຈັກ 3.5 ມມ

 

ສຳລັບສະເປັກຂອງ Sony Xperia X Compact ມີດັ່ງນີ້:

  • ໃຊ້ຈໍ IPS LCD ຂະໜາດ 4.6 ນິ້ວ, ຄວາມລະອຽດ HD (720 x 1280 ພິກເຊວ) 319ppi
  • CPU Qualcomm Snapdragon 650 (8956)
  • GPU Adreno 510
  • RAM 3GB
  • ROM 32GB ເພີ່ມກາຣ໌ດ microSD ໄດ້ 256GB
  • ກ້ອງຫຼັງ 23 ລ້ານພິກເຊວ ພ້ອມເຊັນເຊີ້ Exmor RS, ເລນກວ້າງ 24 ມມ, PDAF ແລະແຟລັດ LED
  • ກ້ອງໜ້າ 5 ລ້ານພິກເຊວ ພ້ອມເລນມຸມກວ້າງ
  • ກ້ອງຫຼັງຖ່າຍວີດີໂອລະດັບ FullHD 1080p ທີ່ 30fps
  • ໃຊ້ລະບົບ Android 6.0 Marshmallow 
  • ແບັດເຕີຣີ 2700mAh ມາພ້ອມເທັກໂນໂລຢີ Quick Charge 3.0 
  • ຮອງຮັບ 4G LTE, 3G, WiFi 802.11a/b/g/n, GPS, A-GPS, Bluetooth 4.1, 
  • ຮອງຮັບພອຣ໌ດ USB-C, ແລະຮູແຈັກ 3.5 ມມ 

ສ່ວນລາຄາຂອງໂຕເຄື່ອງທາງບໍລິສັດຍັງບໍ່ໄດ້ປະກາດອອກມາເທື່ອ, ແຕ່ໂຕເຄື່ອງຈະເລີ່ມວາງຈຳໜ່າຍໃນວັນທີ 23 ຕຸລານີ້


    ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

    ທີ່ມາ: techtoyreviews

    ບົດຄວາມຫຼ້າສຸດ

    ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

    ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

    ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

    ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

    ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

    ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

    ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

    ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...