HomeຊີວິດແລະຄວາມຮັກWedding-Sex-loveຂໍ້ເສຍຂອງການມີເຊັກສ໌ ອຶດ ທົນ ດົນ! ທີ່ຜູ້ຊາຍຄວນຮູ້

ຂໍ້ເສຍຂອງການມີເຊັກສ໌ ອຶດ ທົນ ດົນ! ທີ່ຜູ້ຊາຍຄວນຮູ້

Published on

ທ່ານຮູ້ຫຼືບໍ່ວ່າ ການມີເພດສຳພັນເປັນເວລາດົນໆ ກໍ່ບໍ່ໄດ້ດີສະເໝີໄປ ຄົງຈະມີແມ່ຍິງຈຳນວນໜ້ອຍທີ່ບອກວ່າ ການມີເຊັກສ໌ແບບຕໍ່ເນື່ອງດົນໆ ນັບຊົ່ວໂມງເປັນໂລກແຫ່ງຄວາມສຸກ ເພາະໃນໂລກແຫ່ງຄວາມເປັນຈິງການມີຫຍັງກັນດົນໆນັ້ນເມື່ອເຮັດສຳເລັດແລ້ວຝ່າຍຍິງຈະຮູ້ສຶກແສບ ແລະ ຊ້ຳທີ່ອະໄວຍະວະເພດຍິງ

ຈາກການວິໄຈຂອງປະເທດສະຫະລັດອາເມລິກາ ແລະ ການາດາ ພົບວ່າ ໄລຍະເວລາຂອງການມີເຊັກສ໌ທີ່ສຸກສົມບູນ ຄວນກິນເວລາປະມານ 3-13 ນາທີ ໂດຍມີການແບ່ງຄາມລຳດັບໃຫ້ມີຄວາມເຂົ້າໃຈງ່າຍດັ່ງນີ້:

ຫາກຜູ້ຊາຍເຖິງຈຸດສຸດຍອດກ່ອນ 1 ນາທີ ຫຼື ປະເພດພຽງແຕະກໍ່ແຕກແລ້ວ ໃຫ້ຖືວ່າເປັນພາວະປົກກະຕິຢ່າງໜຶ່ງ ຫຼື ຄົນສ່ວນຫຼາຍຮຽກກັນວ່າ ເຮືອຫຼົ້ມປາກອ່າວ ນັ້ນເອງ

ສ່ວນຜູ້ຊາຍຄົນໃດທີ່ເຖິງຈຸດສຸດຍອດກ່ອນ 2 ນາທີ ໃຫ້ຖືວ່າເປັນພວກທີ່ຫຼັ່ງໄວ ຮຽກວ່າຍັງໃຊ້ບໍ່ໄດ້ເທື່ອ ເຊັກສ໌ຂອງທ່ານຍັງບໍ່ດີພໍທີ່ຈະເຮັດໃຫ້ຝ່າຍຍິງສົມສຸກໄດ້ ເຮັດໃຫ້ຝ່າຍຍິງມີອາລົມຄ້າງ

ຖ້າຜູ້ຊາຍທ່ານໃດເຖິງຈຸດສຸດຍອດພາຍໃນ 3-7 ນາທີ ອັນນີ້ຖືວ່າຢູ່ໃນລະດັບປົກກະຕິຕາມຜົນການວິໄຈ ໝາຍຄວາມວ່າ ເຊັກສ໌ຂອງທ່ານໃຊ້ໄດ້ ແລະ ກຳລັງດີ ເປັນທີ່ພໍໃຈຂອງຄູ່ຮ່ວມຮັກ

ຕໍ່ໄປຄືຊາຍທີ່ເຖິງຈຸດສຸດຍອດພາຍໃນເວລາ 7-13 ນາທີ ນີ້ເປັນເຊັກສ໌ທີ່ດີທີ່ສຸດ ຖືວ່າທ່ານເກັ່ງຫຼາຍເລື່ອງນີ້ ເພາະຈະສາມາດເຮັດໃຫ້ຝ່າຍຍິງຖືກໃຈສຸດໆ

ສຸດທ້າຍແມ່ນຈຳພວກເຊັກສ໌ດົນ ທົນ ອຶດ ຕັ້ງແຕ່ 15 ນາທີ ຂຶ້ນໄປ ນີ້ເປັນເຊັກສ໌ທີ່ບໍ່ຢູ່ໃນລະດັບດີເທົ່າທີ່ຄວນ ເພາະການມີເພດສຳພັນດົນເກີນໄປ ແລະ ຖ້າເກີນ 30 ນາທີຂຶ້ນໄປ ທ່ານຈະຖືກຈັດຢູ່ໃນປະເພດຫລັ່ງຊ້າ ເຊິ່ງການມີເຊັກສ໌ແບບນີ້ມັນຈະສ້າງຄວາມເຈັບປວດໃຫ້ຝ່າຍຍິງຫຼາຍກວ່າຄວາມສຸກ

 

ທີ່ມາຈາກ: http://men.kapook.com/
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...