Homeຂ່າວການສຶກສາສົກສຶກສານີ້ ນະຄອນຫລວງວຽງຈັນ ຈະເລັ່ງປັບປຸງສັບຊ້ອນ ຄູສອນໃຫ້ພຽງພໍ!

ສົກສຶກສານີ້ ນະຄອນຫລວງວຽງຈັນ ຈະເລັ່ງປັບປຸງສັບຊ້ອນ ຄູສອນໃຫ້ພຽງພໍ!

Published on

ຂປລ. ສົກຮຽນ 2016-2017 ນີ້ ນະຄອນຫລວງວຽງ​ຈັນ ​ເລັ່ງ​ເອົາ​ໃຈ​ໃສ່​ ຍົກ​ລະດັບຄວາມ​ສາມາດ​ຂອງ​ຄູ​ ໃນ​ທຸກ​ຊັ້ນ​ທຸກ​ສາຍ ພ້ອມ​ທັງ​ສະໜອງ​ຄູ​ໃຫ້​ພຽງພໍ, ​ໂຮງຮຽນ​ປະຖົມທຸກ​ແຫ່ງ​ ຕ້ອງ​​ປະຕິບັດການ​ສອນ​ພາສາ​ອັງກິດ​ ຢູ່​ຊັ້ນ ປ3 ​ແລະ ສັບຊ້ອນ​ຄູ​ສອນ​ ໃນ​ບ່ອນ​ທີ່​ເຫລືອ​ ໄປ​ສອນ​ບ່ອນ​ທີ່​ບໍ່ພໍ, ພ້ອມ​ດຽວ​ກັນ​ນັ້ນ ກໍ​ເລີ່​ມປະຕິບັດ​ບໍາລຸງ​ໃຫ້​ແກ່​ຄູ​ປະຖົມ ​ເພື່ອ​ກຽ​ມ​ໄປສອນ​ຢູ່​ຊັ້ນ​ອະນຸບານ.

​ໃນ​ໂອກາດ​ໄຂ​ສົກຮຽນ​ໃໝ່ 2016-2017 ນີ້ ທ່ານ ຊົມ​ພູ ​ແກ້ວ​ປັນຍາ ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ​ໄດ້​ກ່າວ​ວ່າ​: ສົກຮຽນ 2016-2017 ນີ້ ສຶກສານະຄອນຫລວງ​ວຽງ​ຈັນ ໂດຍ​ເນັ້ນ​ໃສ່​ການ​ຂະຫຍາຍໂຮງຮຽນ​ລ້ຽງ​ເດັກ ​ແລະ ອະນຸບານ ​ໄປ​ສູ່​ເຂດ​ຊົນນະບົດຫ່າງ​ໄກ, ການ​ສຶກສາ​ ຊັ້ນ​ປະຖົມ ​​ແມ່ນ​ເອົາ​ໃຈ​ໃສ່ສືບ​ຕໍ່​ສົ່ງ​ເສີມ​ໃຫ້​ເດັກ ​ໃນ​ເກນ​ອາຍຸ 6 ປີ ​ໄຫ້​ໄດ້​ເຂົ້າ​ຮຽນ 100% ພ້ອມ​ທັງ ​ເອົາ​ໃຈ​ໃສ່​ການ​ປະຕິບັດ​ການ​ເລື່ອນ​ຂັ້ນແບບ​ຕໍ່​ເນື່ອງ​ ໄປ​ຍັງ​ໂຮງຮຽນ​ບາງ​ແຫ່ງ​ ທີ່​ຍັງ​ບໍ່​ທັນ​ໄດ້​ປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທໍາ. ​ເພື່ອ​ຫລຸດຜ່ອນ​ອັດຕາ​ການ​ຄ້າງ​ຫ້ອງ ​ແລະ ອັດຕາ​ປະລະ​. ພ້ອມ​ດຽວ​ກັນ​ນັ້ນ, ​ກໍ​ສະກັດ​ກັ້ນ​ການ​ອອກ​ໂຮງຮຽນ​ກາງ​ປີ​ ຂອງ​ເດັກ​ນັກຮຽນ ​ແລະ ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ສອນ​ຂອງ​ຄູ​ປະຖົມ​ ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ​ໂຮງຮຽນ​ປະຖົມ​ທຸກ​ແຫ່ງ ​ຕ້ອງ​ໄດ້​ປະຕິບັດ​ການ​ສອນ​ພາສາ​ອັງກິດ​ ຢູ່​ຊັ້ນ ປ3 ​ແລະ ມີ​ການ​ສັຊ້ອນຄູ​ສອນ​ໃນ​ບ່ອນ​ທີ່​ເຫລືອ​ ໄປ​ສອນ​ບ່ອນ​ທີ່​ບໍ່ພໍ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ເລີ່​ມການ​ ປະຕິບັດ​ການ​ບໍາລຸງ ໃຫ້​ຄູ​ປະຖົມ​ຈໍານວນ​ທີ່​ເຫລືອ​ ເພື່ອ​ກຽມ​ໄປ​ສອນ​ຢູ່​ຊັ້ນ​ອະນຸບານ, ຂະນະ​ດຽວ​ ກໍ​ເອົາ​ໃຈ​ໃສ່​ຍົກ​ລະດັບ​ຜູ້​ບໍລິຫານ​ການ​ສຶກສາທຸ​ກລະດັບ ​ໃຫ້​ສອດຄ່ອງ​ກັບ​ແຜນ​ພັດທະນາ​ການ​ສຶກສາ ​ໃນ​ນັ້ນ​ກໍ​ເພີ່ມ​ອັດຕາ​ເຂົ້າຮຽນລວມ​ໃນ​ຊັ້ນ ມຕົ້ນ ​ແລະ ມປາຍ ​ເອົາ​ໃຈ​ໃສ່​ຍົກ​ລະດັບ​ຄວາມ​ສາມາດຂອງ​ຄູ​ສອນ​ ໃນ​ທຸກ​ຊັ້ນ​ທຸກ​ສາຍ, ທັງ​ສະໜອງ​ຄູ​ໃຫ້​ພຽງພໍ​​ ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ຮຽນ-ການ​ສອນ ​ໃຫ້​ມີ​ຄຸ​ນນະພາ​ບດີ​ຂຶ້ນ.

ທ່ານກ່າວ​ຕື່ມ​ວ່າ: ການ​ພັດທະນາ​ການ​ສຶກສາ ຖື​ເປັນວຽກ​ງານ​ບູລິ​ມະ​ສິດ ​ແລະ ​ເປັນ​ໃຈກາງ ​ຂອງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ຢຶດໝັ້ນ​ຕາມ 3 ລັກສະນະ 5 ຫລັກ​ມູນ​ ຂອງ​ການ​ສຶກສາ​ແຫ່ງ​ຊາດ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ດ້ານ​ການ​ພັດທະນາ​ ​ແລະ ​ໃຫ້​ສາມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະດັບ​ການ​ສຶກສາ ​ແລະ ກິລາ ຂອງ​ພາກ​ພື້ນ ​ແ​ລະ ສາກົນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...