spot_img
Homeຂ່າວທ້ອງຖິ່ນບ້ານນາເມືອງ ເມືອງຄຳເກີດ ໄດ້ນຳໃຊ້ໂຮງຮຽນປະຖົມສົມບູນຫລັງໃໝ່

ບ້ານນາເມືອງ ເມືອງຄຳເກີດ ໄດ້ນຳໃຊ້ໂຮງຮຽນປະຖົມສົມບູນຫລັງໃໝ່

Published on

ຂປລ. ຄຳຕັນ ພາວິໄລ ຜູ້ສື່ຂ່າວຈາກແຂວງບໍລິຄຳໄຊໃຫ້ຮູ້ວ່າ: ບ້ານນາເມືອງເມືອງຄຳເກີດແຂວງບໍລິຄຳໄຊໄດ້ນຳໃຊ້ໂຮງຮຽນປະຖົມສົມບູນຫລັງໃໝ່ໂດຍໄດ້ມີພິທີມອບ-​ຮັບຢ່າງເປັນທາງການໃນທ້າຍເດືອນສິງຫາ ຜ່ານມາໂດຍໄດ້ຮັບທຶນຊ່ວຍເຫລືອກໍ່ສ້າງ ຈາກສູນປະຕິບັດທຳ ມາສເຕີຣູມາ ແລະ ໂຮງຮຽນກຽດຕິສັກນາໆຊາດ.

ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວ,ໄດ້ເລີ່ມລົງມືມາແຕ່ວັນທີ 17 ກໍລະກົດ ຫາ ວັນທີ 30 ສິງຫາ 2016 ແມ່ນສຳເລັດ 100%. ເປັນອາຄານຖາວອນ ກ້ວາງ 9 ແມັດ, ຍາວ 48 ແມັດ ສາມາດບັນຈຸນັກ ຮຽນໄດ້ 180 ກ່ວາຄົນ, ປະກອບດ້ວຍຫ້ອງຮຽນ 6 ຫ້ອງຮຽນ, ໂຕະຄູ 6 ຊຸດ, ໂຕະຕັ່ງນັກຮຽນ 80 ຊຸດ, ຫ້ອງນ້ຳ 6 ຫ້ອງ, ພ້ອມດ້ວຍລະບົບໄຟຟ້າ, ນ້ຳປະປາຄົບຊຸດ ລວມມູນຄ່າການກໍ່ສ້າງທັງໜົດ 105.000 ໂດລາສະຫະລັດ.

ໂອກາດດຽວກັນນີ້, ຜູ້ຕາງໜ້າຈາກສູນປະຕິບັດ ທຳມາສເຕີຣູມາ ແລະ ໂຮງຮຽນກຽດຕິສັກນາໆຊາດ ຍັງໄດ້ມອບເຄື່ອງອຸປະກອນການຮຽນໃຫ້ນ້ອງນັກຮຽນຕື່ມອີກ. ​ໃນນັ້ນປະກອບມີ ກະເປົານັກຮຽນ 170 ໜ່ວຍ, ຊຸດນັກຮຽນ 340 ຊຸດ, ປຶ້ມຂຽນ 1000 ຫົວ, ສໍ-ບິກຈຳນວນ 550 ກ້ານ. ທັງນີ້ ກໍເພື່ອນໍາໃຊ້ເຂົ້າໃນການຮຽນໃຫ້ພຽງພໍ ແລະ ມີຄວາມສະດວກຫລາຍຂຶ້ນ.

 

ແຫລ່ງຂ່າວ:

ຂປລ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...