Homeຂ່າວການພັດທະນາການປະຕິບັດຄຳສັ່ງ 15/ນຍ ສາມາດຢຶດໄມ້ເປັນຂອງລັດ 55,000 ກວ່າແມັດກ້ອນ ພ້ອມເປີດປະມູນຂາຍ!

ການປະຕິບັດຄຳສັ່ງ 15/ນຍ ສາມາດຢຶດໄມ້ເປັນຂອງລັດ 55,000 ກວ່າແມັດກ້ອນ ພ້ອມເປີດປະມູນຂາຍ!

Published on

ຂປລ. ຄະນະ​ສ​ະ​ເພາະ​ກິດຂັ້ນຕ່າງໆ ​ສາມາດຢຶດໄມ້​ເປັນ​ຂອງ​ລັດ ຈຳນວນ​ທັງໝົດ 55.421 ​ແມັດ​ກ້ອນ ​ໃນ​ນີ້​​ ໄດ້​ຂາຍ​ອອກ​ແລ້ວ ຈຳນວນ 7.300 ກວ່າ​​ແມັດ​ກ້ອນ​, ​ໄມ້​ຍັງ​ບໍ່ທັນ​ຂາຍ​ ມີ​ຈຳນວນ 48 ພັນ​ກວ່າ​ແມັດ​ກ້ອນ, ​ໄມ້​ທີ່​ຄ້າງ​ສະໜາມ ​ຍົກ​ມາ​ຈາກ​ປີ​ກ່ອນ ມີ​ຈຳນວນ​ທັງໝົດ 104.230 ກວ່າ​ແມັດ​ກ້ອນ ທັງ​ນີ້ ​ກໍ​ຍ້ອນການຈັດຕັ້ງປະຕິບັດ​ ຄຳ​ສັ່ງ​ເລກທີ 15/ນຍ ຢ່າງ​ເປັນ​ເອກະ​ພາບ​ສູງ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ທ່ານ ຈະ​ເລີ​ນ ​ເຢຍປາວ​ເຮີ ​ໄດ້​ກ່າວ​ເມື່ອບໍ່​ດົນ​ນີ້​ວ່າ: ​ຈຳນວນ​ໄມ້​ທີ່​ຍັງ​ບໍ່​ທັນ​ໄດ້​ຂາຍ 48.000 ກວ່າ​ແມັດ​ກ້ອນ ກອງ​ປະຊຸມ​ເຫັນ​ດີ ​ໃຫ້​ປະມູນ​ຂາຍ​ທົ່ວ​ປະ​ເທດ ​ໂດຍ​ເລີ່ມ​ຈາກແຂວງ​ອັດ​ຕະປື ​ແລະ ​ແຂວງຊຽງຂວາງ​ກ່ອນ,​  ສຳລັບ​ໄມ້ຈຳນວນ 28.700 ກວ່າ​ແມັດ​ກ້ອນ ທີ່​ຕັດ​ຢູ່​ແຂວງ​ໄຊ​ສົມບູນນັ້ນ​ ໃຫ້​ດຳ​ເນີນ​ການກວດກາ​ຕົວ​ຈິງ ມີ​ຈຳນວນ​ເທົ່າ​ໃດທີ່​ຕັດ​ຖືກ​ເຂດ​ອະນຸຍາດ ​ແລະ ຈຳນວນ​ທີ່​ບໍ່​ຖືກ​ເຂດ​ອະນຸຍາດ ​ແລ້ວ​ຢຶດ​ເປັນ​ຂອງ​ລັດ ຍ້ອນ​ເປັນ​ໄມ້​ທີ່​ຕັດ​ບໍ່​ຖືກ​ຕາມຂໍ້​ກຳນົດ​ຂອງ​ກົດໝາຍວ່າ​ດ້ວຍ​ໄມ້ (ຕັດ​ບໍ່​ຖືກ​ເຂດ​ກຳນົດ)​, ​ພ້ອມ​ນີ້ ໂກ​ຕ້າ​ໄມ້​ທີ່​ກະຊວງ, ​ແຂວງ ​ແລະ ​ເມືອງ ​ໄດ້​ອະນຸມັດ ​ໃນ​ສົກ​ປີ 2015-2016 ທີ່​ບໍ່​ທັນ​ຈັດຕັ້ງປະຕິບັດ ຫລື ປະຕິບັດ​ບໍ່​ທັນ​ສຳ​ເລັດ​ນັ້ນ ​ໃຫ້​ລົບ​ລ້າງ​ຢ່າງ​ຂາດ​ຕົວເຊັ່ນ​ດຽວ​ກັນ ບໍ່​ອະນຸຍາດ​ໃຫ້​ກະຊວງ ຫລື ທ້ອງ​ຖິ່ນທົ່ວ​ປະ​ເທດ ອອກ​ອະນຸຍາດ​ຂຸດ​ຄົ້ນ​ໄມ້ ​ເພື່ອ​ແລກປ່ຽນ ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງທຸກ​ປະ​ເພດຢ່າງ​ເດັດຂາດ ພ້ອມ​​ໃຫ້​ກວດກາກ່ຽວ​ກັບ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ລຽບ​ຊາຍ​​ແດນ ທີ່​ໄດ້​ຕົກລົງ​ເອົາ​ໄມ້​ແລກປ່ຽນ ​ກ່ອນ​ຄຳ​ສັ່ງ​ເລກທີ 15/ນຍ ​ແລ້ວ​ລາຍ​ງານ ​ໃຫ້​ລັດຖະບານ ​ພິຈາລະນາຕົກລົງ​ແກ້​ໄຂ.

ປັດຈຸບັນ ໄມ້​ທີ່​ຍັງ​ຄ້າງ​ສະໜາມ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ມີ​ທັງໝົດຈຳນວນ 270.400 ກວ່າ​​ແມັດ​ກ້ອນ, ​ໃນ​ນີ້​ໄມ້​ທີ່​ໄດ້​ ເສຍ​ພາສີ​ອາກອນ ​ຄົບ​ຖ້ວນ​ແລ້ວ ມີຈຳ​ນວນ​ເກືອບ 80.000 ​ແມັດ​ກ້ອນ, ​ເປັນ​ເງິນ​ຈຳນວນ 43.297.663.243 ກີບ ​ແລະ 3.616.000 ກວ່າ​ໂດ​ລາ​ສະຫະລັດ, ​ໄມ້​ທີ່​ຄ້າງ​ມອບ​ພັນທະ​ພາສີ–ອາກອນ ມີ​ຈຳນວນ 191.000 ກວ່າ​ແມັດ​ກ້ອນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...