Homeຂ່າວຕ່າງປະເທດກຳປັ່ນສູ້ຮົບ LCS 4 ຂອງອາເມຣິກາ ສົ່ງມາບໍ່ທັນຮອດອາຊີ ເຄື່ອງຈັກເພ ຕ້ອງກັບຄືນສ້ອມແປງ!

ກຳປັ່ນສູ້ຮົບ LCS 4 ຂອງອາເມຣິກາ ສົ່ງມາບໍ່ທັນຮອດອາຊີ ເຄື່ອງຈັກເພ ຕ້ອງກັບຄືນສ້ອມແປງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ກັນຍານີ້ວ່າ ກຳປັ່ນສູ້ຮົບ USS Coronado, LCS 4 ທີ່ກອງທັບເຮືອສະຫະລັດອາເມຣິກາ ສົ່ງອອກໄປປະຈຳການ ໃນເຂດອາຊີ-ປາຊີຟິກ ໄດ້ປະສົບກັບບັນຫາກ່ຽວກັບເຄື່ອງຈັກ ຈຳເປັນຕ້ອງໄດ້ກັບຄືນເຂົ້າຮັບການສ້ອມແປງ ຢູ່ຖານທັບເຮືອລັດຮາວາຍ.

ທ່ານ ພົນເອກ ຈົນ ຣິຊາດສັນ ຜູ້ບັນຊາການກອງທັບເຮືອ ສະຫະລັດອາເມຣິກາ ໄດ້ກ່າວວ່າ ບັນຫາທີ່ເກີດຂຶ້ນ ແມ່ນຍ້ອນຄວາມບົກພ່ອງດ້ານບຸກຄະລາກອນ, ອີກສ່ວນໜຶ່ງແມ່ນເກີດຈາກ ການອອກແບບ ແລະ ດ້ານວິສະວະກຳ ຊຶ່ງບັນຫາຕ່າງໆເຫລົ່ານີ້ ໄດ້ຮັບການເອົາໃຈໃສ່ຈາກພວກເຮົາ ທັງເລື່ອງຂອງບຸກຄະລາກອນ ແລະ ເລື່ອງຂອງຂະບວນການ.

ທັງນີ້ ຕາມແຜນການແລ້ວ ກຳປັ່ນສູ້ຮົບລຳດັ່ງກ່າວ ມີກຳນົດເດີນທາງໄປປະຈຳການ ຢູ່ຖານທັບເຮືອສິງກະໂປ ໃນທ້າຍປີ 2016 ນີ້ ຊຶ່ງລະຫວ່າງການເດີນທາງ ຈະມີການເຂົ້າຮ່ວມເຝິກຊ້ອມທາງເຮືອ ກັບກອງທັບເຮືອອົດສະຕຣາລີ ແລະ ຈະແວ່ຢ້ຽມຢາມເມືອງທ່າຕ່າງໆຈຳນວນໜຶ່ງ ໃນຂະນະດຽວກັນ ກໍຈະມີກຳປັ່ນສູ້ຮົບ LCS ອີກລຳໜຶ່ງ ເດີນທາງໄປປະຈຳການຢູ່ ຖານທັບເຮືອສິງກະໂປ ຕາມແຜນການສົ່ງກຳປັ່ນສູ້ຮົບລຸ້ນດັ່ງກ່າວ ຈຳນວນ 2 ລຳ ເຂົ້າມາປະຈຳການຢູ່ເຂດ ອາຊີ-ປາຊີຟິກ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...