Homeມຸມຂ່າວ AECລາຍງານຄວາມພ້ອມດ້ານພາຫະນະຮັບໃຊ້ໃນກອງປະຊຸມສຸດຍອດອາຊຽນ

ລາຍງານຄວາມພ້ອມດ້ານພາຫະນະຮັບໃຊ້ໃນກອງປະຊຸມສຸດຍອດອາຊຽນ

Published on

ໃນຕອນເຊົ້າ ຂອງວັນທີ 1 ກັນຍາ 2016 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມກວດກາຄືນຄວາມພ້ອມ ຂອງອະນຸກຳມະການພາຫະນະ ຮັບໃຊ້ກອງປະຊຸມສຸດຍອດອາຊຽນ. ພາຍໃຕ້ການເປັນປະທານຂອງທ່ານ ຄຳລາວັນ ຈັນທະລາວັນ ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນ ຕີ, ທັງເປັນຫົວໜ້າອະນຸກຳມະການພາຫະນະໂດຍມີບັນດາຄະນະໃນອະນຸກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານຄວາມພ້ອມໃນດ້ານຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງອະນຸກຳມະການພາຫະນະ ເປັນຕົ້ນ ດ້ານພາຫະນະ, ດ້ານເຕັກນິກ, ດ້ານບຸກຄະລະກອນ ລວມທັງ ການສື່ສານ, ອຸປະກອນອື່ນໆ ທີ່ກ່ຽວຂ້ອງ ຕະຫຼອດຮອດການແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະບຸກຄົນ. ບັນດາວຽກຕ່າງໆ, ມາຮອດປະຈຸບັນ ແມ່ນມີຄວາມພ້ອມເປັນຢ່າງດີແລ້ວ. ແຕ່ສິ່ງທີ່ຍັງໄດ້ສືບຕໍ່ປະຕິບັດ ຄືການຝຶກຊ້ອມຕົວຈິງ ໃຫ້ມີຄວາມຄ່ອງແຄ້ວຊຳນານຂຶ້ນກວ່າເກົ່າ.

 

ຂ່າວຈາກ: Lines Logo
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...