Homeຍ້ອງຍໍຄົນດີເດັ່ນມອບ​ໃບ​ກຽດ​ຕິ​ຄຸນແກ່​ນັກ­ກີ­ລາ​ຮຸ່ນ​ເຍົາ­ວະ​ຊົນ ທີ່​ສ້າງ​ຜົນ­ງານ​ເດັ່ນ

ມອບ​ໃບ​ກຽດ​ຕິ​ຄຸນແກ່​ນັກ­ກີ­ລາ​ຮຸ່ນ​ເຍົາ­ວະ​ຊົນ ທີ່​ສ້າງ​ຜົນ­ງານ​ເດັ່ນ

Published on

ພິ­ທີ​ມອບ​ໃບ​ກຽດ​ຕິ​ຄຸນໃຫ້​ແກ່​ນັກ­ກີ­ລາ​ເຍົາ­ວະ​ຊົນ​ທີມ​ຊາດ​ລາວ ຫຼັງ​ຈາກ​ສ້າງ​ຜົນ­ງານ​ໂດດ​ເດັ່ນໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ​ລາຍ­ການ​ຕ່າງໆທີ່​ຕ່າງ­ປະ­ເທດ ໂດຍ​ສະ­ເພາະນັກ­ກີ­ລາ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 10 ປີ 13 ປີ ແລະ 14 ປີ ຈັດຂຶ້ນ​ວັນ​ທີ 19 ສິງ­ຫາ 2016 ທີ່​ສູນ​ເຝິກ​ກີ­ລາ​ບານ­ເຕະ​ແຫ່ງ​ຊາດ ບ້ານ​ຫ້ວຍ​ຫົງ ເມືອງ​ຈັນ­ທະ​ບູ​ລີ ໂດຍ​ມີ​ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທ່ານ ໄຊ​ບັນ­ດິດ ຣາ​ຊະ​ພົນ ເລ­ຂາ­ທິ­ການ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ຄະ­ນະ​ສະ­ຫະ­ພັນ​ບານ­ເຕະ ຄູ​ເຝິກ ແລະ ນັກ­ກີ­ລາ ເຂົ້າ​ຮ່ວມ.

ສຳ­ລັບ​ຜົນ­ງານ​ຂອງ​ນັກ­ກີ­ລາ​ທັງ 3 ປະ­ເພດ ປະ­ກອບ​ມີ: ນັກ­ກີ­ລາ​ບານ­ເຕະສະ­ໂມ­ສອນ​ຊ້າງ​ນ້ອຍ ເອ​ຟ​ຊີ ຮຸ່ນ​ອາ­ຍຸ​ບໍ່​ເກີນ 10 ປີ ເປັນ​ຕົວ​ແທນ​ທີມ​ຊາດ​ລາວ ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ເຕະ​ເຍົາ­ວະ​ຊົນມິດ­ຕະ­ພາບ ແລະ ແລກ­ປ່ຽນ​ວັດ­ທະ­ນະ­ທຳ ຮຸ່ນ​ອາ­ຍຸ​ບໍ່​ເກີນ 10 ປີ ຫຼື I-League Summer Football Festival 2016 ທີ່ ສ.ເກົາ­ຫຼີ ລະ­ຫວ່າງ​ວັນ​ທີ 28-31 ກໍ­ລະ­ກົດ 2016 ການ​ແຂ່ງ­ຂັນ​ຄັ້ງ​ນີ້ ແມ່ນ​ມີ​ທີມ​ເຂົ້າ​ຮ່ວມ 5 ສະ­ໂມ­ສອນ ໃນ​ນັ້ນ ສະ­ໂມ­ສອນ​ຊ້າງ​ນ້ອຍ ເອ​ຟ​ຊີ ລົງ​ແຂ່ງ­ຂັນ​ທັງ​ໝົດ 4 ນັດ ຊະ­ນະ​ລວດ ສາ­ມາດ​ຍາດ​ໄດ້​ຫຼຽນ​ຄຳ​ມາ​ຄອງ.

ສ່ວນ​ທີມ​ຊາດ​ລາວ ຢູ-13 ເຂົ້າ​ຮ່ວມ​ລາຍ­ການ​ແຂ່ງ­ຂັນ​ບານ­ເຕະ​ເພື່ອ​ມິດ­ຕະ­ພາບລະ­ຫວ່າງ​ເຍົາ­ວະ​ຊົນ​ອາ​ຊຽນ-ຈີນ ຫຼື 2016 ‘Soong Ching Ling Cup’ China-ASEAN Youth Football Friendly Matches ໃນ​ລະ­ຫວ່າງ​ວັນ​ທີ 28 ກໍ­ລະ­ກົດ ຫາ 4 ສິງ­ຫາ 2016 ທີ່​ນະ­ຄອນ­ຫຼວງ​ປັກ​ກິ່ງ ສປ.ຈີນ ເຊິ່ງ​ມີ 10 ທີມ​ເຂົ້າ​ຮ່ວມ ທີມ​ຊາດ​ລາວ ຢູ-13 ສາ­ມາດ​ຍາດ​ໄດ້​ອັນ​ດັບ​ທີ 1.

ຂະ­ນະ​ທີ່​ນັກ­ກີ­ລາ​ບານ­ເຕະທີມ​ຊາດ​ລາວ ຮຸ່ນ​ອາ­ຍຸ​ບໍ່​ເກີນ 14 ປີ ສ້າງ​ຜົນ­ງານ​ໄດ້​ຢ່າງ​ໂດດ​ເດັ່ນ ໃນ​ການ​ແຂ່ງ­ຂັນ​ເທ​ສະ­ການ​ບານ­ເຕະ​ເຍົາ­ວະ​ຊົນ​ອາ­ຊີ ຮຸ່ນ​ອາ­ຍຸ 14 ປີ ຫຼື AFC U-14 Regional Festival Of Football 2016 ທີ່​ປະ­ເທດ​ບຣູ​ໄນ ໃນ​ລະ­ຫວ່າງ​ວັນ​ທີ 24-31 ກໍ­ລະ­ກົດ 2016 ເຊິ່ງ​ນັກ­ກີ­ລາ​ລາວ ສາ­ມາດ​ຍາດ​ໄດ້​ອັນ​ດັບ​ທີ 1 ຂອງ​ກຸ່ມ.

 

ຂ່າວຈາກ: ນັກສືພິມວຽງຈັນໃໝ່

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...