spot_img
Homeປະຊາສຳພັນກົມອຸຕຸນິຍົມຯເຕືອນ ໃຫ້ເຝົ້າລະວັງລະດັບແມ່ນ້ຳຢ່າງໃກ້ຊິດ ຢູ່ຫລາຍທ້ອງຖິ່ນ!

ກົມອຸຕຸນິຍົມຯເຕືອນ ໃຫ້ເຝົ້າລະວັງລະດັບແມ່ນ້ຳຢ່າງໃກ້ຊິດ ຢູ່ຫລາຍທ້ອງຖິ່ນ!

Published on

ເນື່ອງຈາກໃນໄລຍະນີ້ ມີສະພາບຝົນຕົກ ໃນລະດັບປານກາງຫາຕົກໜັກ ຢູ່ບັນດາແຂວງພາກເໜືອ, ເຮັດໃຫ້ແມ່ນ້ຳສາຂາຕ່າງໆ ຂຶ້ນສູງກາຍເຂດລະວັງໄພ ແລະ ລົ້ນຖ້ວມຢູ່ຫລາຍທ້ອງຖິ່ນ, ຈາກນັ້ນ ກໍໄຫລລົງສູ່ແມ່ນ້ຳຂອງ ໄດ້ເຮັດໃຫ້ລະດັບແມ່ນ້ຳຂອງຂຶ້ນສູງ ແລະ ໄດ້ມີບາງແຂວງຂຶ້ນໃກ້ເຂດລະວັງໄພແລ້ວ.

ມາຮອດວັນທີ 24 ສິງຫາ 2016, ໜ່ວຍງານວັດແທກລະດັບນ້ຳ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານວ່າ: ຢູ່ນະຄອນຫລວງວຽງຈັນ ແທກໄດ້ 9,60 ແມັດ, ຫລວງພະບາງ 12,64 ແມັດ, ປາກຊັນ 12,39 ແມັດ, ທ່າແຂກ 11,22 ແມັດ, ຂົວເຊ 15,10 ແມັດ ແລະ ໜ້າເຂື່ອນນ້ຳງື່ມ 207,79 ແມັດ, ຊຶ່ງໂຕເລກນີ້ ແມ່ນຍັງຕ່ຳກວ່າເຂດລະວັງໄພ 2-5 ແມັດ, ເຖິງຢ່າງໃດກໍຄວນຕິດຕາມ ແລະ ເຝົ້າລະວັງລະດັບນ້ຳ ຢ່າງເປັນປົກກະຕິ, ຍ້ອນສະພາບຝົນໃນໄລຍະນີ້ ຍັງຕົກບໍ່ຂາດຊ້ວງ. ນອກນີ້ ຍັງມີບາງຈຸດທີ່ນ້ຳຂຶ້ນສູງກາຍເຂດລະວັງໄພ ແລະ ເຂດອັນຕະລາຍເຊັ່ນ: ນ້ຳເຊໂດນ ເມືອງຄົງເຊໂດນ, ເຊບັ້ງໄຟ ຂົວເຊບັ້ງໄຟ, ນ້ຳຊັນ ເມືອງບໍລິຄັນ, ນ້ຳຊອງ ເມືອງວັງວຽງ ແລະ ນ້ຳຄານ, ຊຶ່ງເຮັດໃຫ້ມີນ້ຳຖ້ວມໄຫລຊຸແຮງ ແລະ ຖ້ວມຍຶ່ງໃນເຂດດັ່ງກ່າວອີກດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...