Homeຂ່າວພາຍ​ໃນເລຂາທິການໃຫຍ່ ເນັ້ນສັບຊ້ອນກົງຈັກການຈັດຕັ້ງ ໃຫ້ກະທັດຮັດເຂັ້ມແຂງ ຫລີກເວັ້ນຈຸ້ມເຈື້ອ-ພັກພວກ!

ເລຂາທິການໃຫຍ່ ເນັ້ນສັບຊ້ອນກົງຈັກການຈັດຕັ້ງ ໃຫ້ກະທັດຮັດເຂັ້ມແຂງ ຫລີກເວັ້ນຈຸ້ມເຈື້ອ-ພັກພວກ!

Published on

ຂປລ. ​ໃນ​ໂອກາດ​​ເຂົ້າຮ່ວມ ​ແລະ ພົບ​ປະ​​ໂອ້​ລົມ ​ກອງ​ປະຊຸມວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ​ ຄັ້ງ​ທີ 10 ​​ວັນ​ທີ 24 ສິງຫາ ນີ້ ທີ່​ສະ​ໂມ​ສອນ​ ຫ້ອງ​ວ່າການ​ສູນ​ກາງ​ພັກ (ຫລັກ 6) ສະຫາຍ ບຸນ​ຍັງ​ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ ​ພັກ​ປະຊາຊົນ​ປະຕິວັດ​ລາວ​ ໄດ້​​​ໃຫ້​ທິດ​ຊີ້​ນໍາ ​ແລະ ​ເນັ້ນ​​ບັນ​ດາ​ສະຫາຍ​ ຜູ້​ທີ່​ເຮັດ​ວຽກ​ງານ​ຈັດ​ຕັ້ງ ໃຫ້​​ເອົາ​ໃຈ​ໃສ່​ປັບປຸງ ສັບ​ຊ້ອນ​ກົງຈັກ​ການຈັດ​ຕັ້ງ​ ໃຫ້​ມີ​ຄວາມ​ກະທັດ​ລັດ, ​ເຂັ້ມ​ແຂງ, ມີ​ປະສິດທິພາບ, ​ເພີ່ມ​ທະວີຄວາມ​ເຂັ້ມ​ແຂງ​ ຂອງ​ລະບົບ​ການ​ເມືອງ, ສ້າງ​ເງື່ອນ​ໄຂ ​ແລະ ຄວາມ​ເຊື່ອ​ໝັ້ນ ​ເພື່ອ​ດຶງ​ດູດນັກ​ລົງທຶນ, ຍາດ​ແຍ່ງ​ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ພ້ອມ​ນີ້, ​ຕ້ອງເພີ່ມ​ທະວີການ​ນໍາພາ​ ດ້ານ​ການ​ເມືອງ​ແນວ​ຄິດ, ສ້າງ​ຄວາມ​ເຂົ້າ​ໃຈ​ເປັນ​ເອກະ​ພາບ​ເລິກ​ເຊິ່ງ​ ໃນ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ, ບັນດາ​ການ​ນໍາ​ແຕ່ລະ​ຂັ້ນ​ ຕ້ອງ​ເປັນ​ແບບຢ່າງ​ນໍາ​ໜ້າ​ເຮັດ​ແທ້​ທໍາ​ຈິງ, ປະຕິບັດ​ຢ່າງ​ຖືກຕ້ອງ​ພາວະ​ວິ​​​ໄສ, ຫລີກ​ເວັ້ນລັກສະນະ​ຈຸ້ມ​ເຈື້ອ, ພັກ​ພວກ, ຕ້ອງ​ມີ​ຄວາມ​ຊື່ສັດ, ​ເປັນ​ທໍາ​, ບໍ່​ອັກ​ຄະຕິ ​ເພື່ອ​ປະຕິບັດ​ວຽກ​ງານ​ ດ້ວຍ​ຄວາມ​ຖືກຕ້ອງ,ທ່ຽງ​ທໍາ ​ແລະ ​ໂປ່ງ​ໃສ.

ສະຫາຍ ບຸນ​ຍັງ ວໍລະ​ຈິດ ກ່າວ​ຕື່ມ​ວ່າ: ການ​ປັບປຸງ​ກົງຈັກ​ການ​ຈັດຕັ້ງ​ ​ແລະ ກົນ​ໄກ​ການ​ບໍລິຫານ​ຄຸ້ມ​ຄອງ​ ແມ່ນ​ໜຶ່ງ​ໃນ​ເນື້ອ​ໃນ ​ແລະ ອົງ​ປະກອບ​ຂອງ​ສີ່​ບຸກທະລຸ​ ທີ່​ບໍ່​ສາມາດ​ປະ​ຕິເສດ​ໄດ້​ວ່າ ຄວາມ​ອ່ອນ​​ແອ, ຄວາມ​ຫຍຸ້ງ​ເຫ​ຍີ​ງ ຂອງ​ລະບົບ​ກົງຈັກການຈັດ​ຕັ້ງ ​ແລະ ກົນ​ໄກ​ຄຸ້ມ​ຄອງ​ບໍລິຫານ​ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຕົວ​ບັນ​ທອນ​ຕົ້ນຕໍ​ ຕໍ່​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​, ທັງ​ເປັນ​ຊ່ອງ​ຫວ່າງ​ອັນ​ກ້ວາງ​ຂວາງ ​ໃຫ້​ແກ່​ການ​ເກີ​ດປະກົດ​ການ​ຫຍໍ້​ທໍ້ ​ໃນ​ທົ່ວ​ລະບົບ​ການ​ເມືອງ. ​ສະ​ນັ້ນ, ​ເຮົາ​ຕ້ອງ​ຮີບ​ຮ້ອນ​ແກ້​ໄຂ​ຢ່າງ​ຈິງ​ຈັງ​ໂດຍ​ຮັບປະກັນ 5 ດ້ານ ​ເປັນ​ຕົ້ົ້ນ ກົງຈັກ​ບໍ່​ໃຫ້​ໃຫຍ່​ໂຕ, ຕໍາ​ແໜ່ງ​ງານ​ເໝາະ​ສົມ, ພາລະ​ບົດບາດ​ຈະ​ແຈ້ງ​ຄົບ​ຖ້ວນ, ບໍ່​ຊໍ້າ​ຊ້ອນ​ກ້າວ​ກ່າຍ​ກັນ, ສ້າງ​ລະບົບ​ກົນ​ໄກ ​ແລະ ມີ​ແບບ​ແຜນ​ວິທີ​ເຮັດ​ວຽກ​ທີ່​ດີ, ມີ​ລັກສະນະ​ໂລ່ງ​ລ່ຽນ, ວ່ອງ​ໄວ​ມີ​ປະສິດທິພາບ, ສາມາດ​ຄັບ​ເຄື່ອນ​ສອດຄ່ອງ​ຕາມ​ແນວທາງ, ​ແຜນ​ນະ​ໂຍບາຍ ​ແລະ ລະບຽບ​ກົດໝາຍ, ​ໂປງ​ໃສກວດ​ສອບ​ໄດ້ ​ແລະ ບໍລິການ​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ໃຈ, ບໍ່​ອາດຍາ​ສິດ​ ພ້ອມ​ກັນ​ນັ້ນຕ້ອງ​ຄົ້ນ​ຄວ້າ​ຢ່າງຮອບ​ຄອບ ​ແລະ ກໍານົດ​ບັນດາ​ມາດ​ຕະການ ສັບຊ້ອນ​ພະນັກງານ​ຄືນ​ໃໝ່​ຢ່າງ​ເໝາະ​ສົມ ​ໂດຍ​ແກ້​ໄຂ​ບາງ​ບັນຫາ​ຕົ້ນ​ຕໍ ​ເຊັ່ນ: ຫລຸດ​ຕໍາ​ແໜ່ງ​ງານ ​ແລະ ຈໍານວນ​ຄົນ​ໃນ​ຂົງບໍລິຫານ​ ຕິດ​ພັນ​ກັບ​ການ​ສ້າງ​ລະບົບ​ທີ່​ເໝາະ​ສົມ ​ເພື່ອ​ຫັນ​ເປັນ​ທັນ​ສະ​ໄໝ​ໂດຍ​ໄວ, ຫັນ​ພະນັກງານ​ຈາກ​ຂົງ​ເຂດ​ບໍລິຫານ ໄປ​ເພີ່ມ​ເຂົ້າ​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ​ວິ​ໄຈ ຫລື ຫັນ​ໄປ​ສູ່​ຂົງ​ເຂດ​ການ​ຜະລິດ​ທຸລະ​ກິດ ​ແລະ ຫັນ​ພະນັກງານ​ສູ່​ຮາກ​ຖານ​ຢ່າງ​ຈິງ​ຈັງ ​ເພື່ອ​ເປັນ​ພະນັກງານ​ນໍາພາ ຫລື ກາຍເປັນ​ນັກ​ພັດທະນາ​ກອນ​ຢູ່​ຮາກ​ຖານ ​ແລະ ມີ​ນະ​ໂຍບາຍ​ຮອງ​ຮັບ​ທີ່​ເໝາະ​ສົມ. ພ້ອມ​ກັນ​ນັ້ນ ​ກໍ​ຄວນ​ດໍາ​ເນີນ​ການ​ທົດ​ລອງ ​ເພື່ອ​ເປັນ​ລະບອບ​ສອບ​ບັນຈຸ​ ພະນັກງານ​ນໍາພາ​ຄຸ້ມ​ຄອງ ​ໃນ​ຂົງ​ເຂດ​ບໍລິຫານ ​ແລະ ​ວິຊາ​ການທີ່​ຈໍາ​ເປັນ ​ເພື່ອ​ກະ​ຕຸ້ນ​ການ​ແຂ່ງຂັນ​ພັດທະ​ນາ​ຕົນ​ເອງ ​ແລະ ​ເລືອກ​ໄດ້​ພະນັກງານ​ທີ່​ມີ​ຄຸນ​ນະພາ​ບ​ຢ່າງແທ້​ຈິງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...