Homeປ່ອງຢ້ຽມດວງດາວນາຊ່າກຽມປ່ອຍຍານເກັບຂໍ້ມູນດາວເຄາະນ້ອຍໃນຕົ້ນເດືອນກັນຍານີ້

ນາຊ່າກຽມປ່ອຍຍານເກັບຂໍ້ມູນດາວເຄາະນ້ອຍໃນຕົ້ນເດືອນກັນຍານີ້

Published on

ໂຄງການນີ້ມີຊື່ວ່າ OSIRIS-REx ຫຼື The Origins, Spectral Interpretation, Resource Identification, Security-Regolith Explorer ເປັນໂຄງການທີ່ຈະໄປເກັບຕົວຢ່າງຈາກດາວເຄາະນ້ອຍ Bennu ທີ່ໂຄຈອນມາໃກ້ໂລກ ແລ້ວນຳຂໍ້ມູນກັບມາທີ່ໂລກເພື່ອສຶກສາເພີ່ມເຕີມ ມີກຳນົດຈະຂຶ້ນສູ່ອາວະກາດໃນວັນທີ 8 ກັນຍາ 2016ນີ້ ໃນເວລາ 19:00ໂມງ ຕາມເວລາທ້ອງຖິ່ນ ລັດຟໍຣິດາ

“ພາລະກິດນີ້ຄືພາລະກິດແຫ່ງຊາດທີ່ຈະອອກໄປສຳຫຼອດລະບົບສຸລິຍະ ເພື່ອໃຫ້ມະນຸດເຂົ້າໃຈເອກະພົບ ແລະ ບ່ອນທີ່ເຮົາຢູ່ຫຼາຍຂຶ້ນ “ເຈຟ ໂຍເດີຣ” ຜູ້ຊ່ວຍຜູ້ອຳນວຍການສູນຂອງນາຊ່າເຜີຍວ່າ

“ວິທະຍາສາດທີ່ນາຊ່າເປັນກົນໄກທີ່ຄອຍຂັບເຄື່ອນໃຫ້ເກີດການຄົ້ນພົບທາງວິທະຍາສາດຕ່າງໆກ່ຽວກັບເລື່ອງດາວເຄາະ ແລະ OSIRIS-REx ເຮັດໃຫ້ພາລະກິດຂອງນາຊ່າເປັນຮູບເປັນຮ່າງ ໂດຍມີເປົ້າໝາຍຫຼັກຄືການສ້າງນະວັດຕະກຳ ສຳຫຼວດ ຄົ້ນພົບ ແລະ ຈຸດປະກາຍ

ຍານລຳນີ້ມີນ້ຳໜັກ 2,110 ກິໂລກຣາມ ຈະຂຶ້ນສູ່ອາວະກາດດ້ວຍຈະຫຼວດ Atlas V 411 ໃນວັນທີ 8 ກັນຍາ ຄາດວ່າຈະຮອດດາວເຄາະນ້ອຍ Bennu ທີ່ໝາຍໃນປີ 2018 ນັກວິໄຈເຊື່ອວ່າພາລະກິດນີ້ຈະເກັບສິ້ນສ່ວນຕົວຢ່າງດາວເຄາະນ້ອຍໄດ້ປະມານ 2,000 ກຣາມ ແລະ ຈະກັບຄືນມາໂລກຜ່ານແຄປຊູລໃນປີ 2023

 

ອ້າງອີງຈາກ: NASA. (2016, August 17). NASA prepares to launch first U.S. Asteroid sample return mission. ScienceDaily. Retrieved August 21, 2016 from www.sciencedaily.com/releases/2016/08/160817191003.htm

ຂ່າວຈາກ: http://www.vcharkarn.com/
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...