Homeຂ່າວຕ່າງປະເທດລັດຖະບານໄທ ແລະ ກຸ່ມກໍ່ຄວາມບໍ່ສະຫງົບທາງພາກໃຕ້ ຈະສືບຕໍ່ເຈລະຈາຢູ່ມາເລເຊຍ ເດືອນກັນຍານີ້!

ລັດຖະບານໄທ ແລະ ກຸ່ມກໍ່ຄວາມບໍ່ສະຫງົບທາງພາກໃຕ້ ຈະສືບຕໍ່ເຈລະຈາຢູ່ມາເລເຊຍ ເດືອນກັນຍານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ສິງຫານີ້ວ່າ ອີງຕາມແຫລ່ງຂ່າວ​ຈາກ​ ວົງ​ການ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍລະບຸ ການ​ເຈລະຈາ​ລະຫວ່າງ ລັດຖະບານ​ໄທ ​ແລະ ກຸ່ມກໍ່ຄວາມບໍ່ສະຫງົບຢູ່ຊາຍແດນພາກໃຕ້ ຈະ​ສືບ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່ ໃນ​ເດືອນກັນຍາທີ່ຈະມາເຖິງນີ້ ຢູ່​ນະຄອນຫລວງກົວ​ລາ​ລຳ​ເປີ​ ປະເທດ​ມາ​ເລ​ເຊຍ ພາຍຫລັງທີ່ສອງຝ່າຍ ​ໄດ້​ເຫັນ​ດີ​ເປັນ​ເອກະພາບ ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ ທີ່​ຈະ​ປຶກສາ​ຫາລືກັນ ​ໃນ​ການ​ເຈລະຈາເທື່ອ​ນີ້. ​

ທັງນີ້ ຈາກການ​ພົບ​ປະ​ໃນ​ວັນ​ທີ 27 ເມສາ 2016 ທີ່ຜ່ານມາ ຄະນະ​ຜູ້ແທນຂອງລັດຖະບານໄທ ​ໂດຍ​ຫົວໜ້າ​ຄະນະ​ເຈ​ລະ​ຈາ​​ແມ່ນຄົນ​ໃໝ່ ​ໄດ້​ປະຕິ​ເສດ​ບັນດາ​ເນື້ອ​ໃນ ທີ່​ເຄີຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບກັນ ​ໃນ​ການ​ເຈລະຈາ​ກ່ອນໜ້າ​ນັ້ນ ເນື່ອງຈາກກຸ່ມ​ຊາວ​ມຸດ​ສະ​ລິ​ມ ທີ່ຕ້ອງການແບ່ງແຍກດິນແຕນ ຢາກ​ໃຫ້​ອຳນາດ​ການ​ປົກຄອງຂອງໄທ ຮັບ​ຮູ້​ເຂົາ​ເຈົ້າ​ໃນຖານະ ​ສະມາຊິກ​ຂອງ​ອົງການ Mara Patani, ຫາກ​ບໍ່​ແມ່ນ ຜູ້​ມີ​ທັດສະນະ​ແຕກຕ່າງ​​ກັບ​ລັດຖະບານ ຄື​ດັ່ງທີ່ເຄີຍ​ໄດ້​ນຳ​ໃຊ້​ ໃນ​ບັນດາ​ເອກະສາ​ນ​ຕ່າງໆຜ່ານມາ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...