Homeນານາສາລະຕົ້ນໄມ້ 7 ຊະນິດ ທີ່ບໍ່ຄວນປູກໄວ້ເຮືອນ 

ຕົ້ນໄມ້ 7 ຊະນິດ ທີ່ບໍ່ຄວນປູກໄວ້ເຮືອນ 

Published on

ຕໍ່ເນື່ອງຈາກມື້ກ່ອນນັ້ນທີ່ແອັດມິນໄດ້ຂຽນກ່ຽວກັບ “ຕົ້ນໄມ້ມຸງຄຸນ 9 ຊະນິດ ທີ່ຄວນປູກໄວ້ເຮືອນ” ເພື່ອທີ່ເຮົາຈະໄດ້ປູກຕົ້ນໄມ້ທີ່ເປັນມຸງຄຸນໄວ້ໃນບ້ານ, ມາມື້ນີ້ ແອັດມິນໄດ້ຂຽນເພີ່ມເຕີມກ່ຽວກັບ “ຕົ້ນໄມ້ 7 ຊະນິດ ທີ່ບໍ່ຄວນປູກໄວ້ເຮືອນ” ທີ່ຄົນບູຮານ ແລະຄົນສ່ວນໃຫຍ່ ບໍ່ປູກຕົ້ນໄມ້ເຫຼົ່ານີ້ໄວ້ເຮືອນ, ເຊິ່ງຈາກທີ່ເບິ່ງແລ້ວ ຄິດວ່າຫຼາຍຄົນກໍອາດຈະຮູ້ ແລະບໍ່ປູກໄວ້ໃນເຮືອນຢູ່ແລ້ວ ແຕ່ກໍມີຕົ້ນໄມ້ບາງຊະນິດ ທີ່ເຮົາອາດຈະແປກໃຈ ຫຼືຫາກໍຮູ້ວ່າບໍ່ຄວນປູກໄວ້ໃນເຮືອນ ເຊິ່ງກໍເປັນຄວາມເຊື່ອສ່ວນບຸກຄົນ

  1. ຕົ້ນໂພ: ອາດຈະບໍ່ແມ່ນຕົ້ນໄມ້ອັບປະມຸງຄຸນ ແຕ່ກໍບໍ່ຄວນປູກໄວ້ເຮືອນ ເພາະເຊື່ອກັນວ່າຕົ້ນໂພເປັນຕົ້ນໄມ້ສັກສິດ ເໝາະທີ່ຈະປູກຕາມວັດ ຫຼືສະຖານທີ່ສັກສິດຫຼາຍກວ່າ
  2. ຕົ້ນໄຊ: ເປັນຕົ້ນໄມ້ຂະໜາດໃຫຍ່ ແລະເຊື່ອກັນວ່າ ມີເທວະດາສະຖິດຢູ່ ຈຶ່ງບໍ່ເໝາະສົມທີ່ຈະເອົາມາປູກໄວ້ໃນບໍລິເວນເຮືອນ, ເຖິງແມ່ນວ່າຕົ້ນໄຊຈະບໍ່ໄດ້ນໍາເລື່ອງຮ້າຍໆເຂົ້າມາໃນເຮືອນກໍຕາມ
  3. ຕົ້ນຍາງ: ຖືເປັນຕົ້ນໄມ້ອັບປະມຸງຄຸນ ຫາກນຳມາປູກໃນບໍລິເວນເຮືອນ ເຊື່ອວ່າຈະຕົ້ນຍາງມັກເອົາໄປເຮັດໂລງສົບ ຈຶ່ງປຽບສະເໝືອນການເລັ່ງຄວາມຕາຍໃຫ້ຕົນເອງ
  4. ຕົ້ນດອກຮັກ: ທີ່ບໍ່ປູກຕົ້ນດອກຮັກໄວ້ພາຍໃນເຮືອນ ເຊື່ອວ່າຈະເຮັດໃຫ້ຄວາມຮັກຫຍຸ້ງຍາກຂຶ້ນ ແລະເຮັດໃຫ້ເປັນຄົນຫຼາຍໃຈ, ນອກຈາກນີ້ຢາງຂອງດອກຮັກຍັງເປັນອັນຕະລາຍຕໍ່ຮ່າງກາຍເຮົາ
  5. ຕົ້ນຕະຄຽນ: ຕາມຄວາມເຊື່ອທີ່ມີມາດົນນານວ່າ ພາຍໃນຕົ້ນຕະຄຽນມີວິນຍານສິງສະຖິດຢູ່ ຈຶ່ງບໍ່ຄວນເອົາຕົ້ນຕະຄຽນມາປູກໄວ້ໃນເຮືອນ
  6. ຕົ້ນພ້າວ: ເກືອບຈະທຸກເຮືອນຕ້ອງມີໄວ້ຕົ້ນໜຶ່ງ ຫຼືສອງຕົ້ນ ເພາະປູກໄວ້ກິນໝາກ ແຕ່ຖ້າທ່ານປູກໄວ້ໃກ້ເຮືອນຫຼາຍ ເຊື່ອວ່າບໍ່ດີ ເພາະຈະເວລາໝາກມັກແກ່ຈະຫຼົ່ນລົງມາໃສ່ຫຼັງຄາເຮືອນ ເຮັດໃຫ້ຫຼັງຄາບ້ານເປ່ເພ
  7. ຕົ້ນກະຖິນມະໂລງ: ເປັນຕົ້ນໄມ້ທີ່ໃຫ້ຮົ່ມເຢັນດີ ແຕ່ເນື່ອງຈາກມີບົ້ງທີ່ຄອຍເຈາະກິນກິ່ງກ້ານຂອງມັນຕະຫຼອດ ເຮັດໃຫ້ກິ່ງຫັກງ່າຍ ແລະມີດອກທີ່ເມື່ອຖືກລົມພັດກໍຈະເປັນລະອອງເກສອນພັດໄປຕາມສາຍລົມອີກ ແລະເຮັດໃຫ້ຮົກຕ້ອງໄດ້ປັດກວດຕະຫຼອດ, ຫາກໃຜທີ່ມັກເປັນພູມແພ້ຈະເກີດອາການແພ້ງ່າຍ

ທີ່ມາ: oknation.net
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...