Homeສຸຂະພາບ ແລະ ສີ່ງແວດລ້ອມຜັກອີຮຸມ ເປັນຢາຮັກສາໂລກໄດ້ຫລາຍກວ່າທີ່ຄິດ

ຜັກອີຮຸມ ເປັນຢາຮັກສາໂລກໄດ້ຫລາຍກວ່າທີ່ຄິດ

Published on

ຫລາຍໆທ່ານ ອາດຈະຮູ້ຈັກຜັກອີຮຸມ ເປັນຜັກທີ່ປູກງ່າຍ ນຳມາປະກອບ ເປັນອາຫານໄດ້ຫລາຍຢ່າງ ເຊັ່ນ ແກ້ງ, ຂົ້ວ, ລວກກິນກັບແຈ່ວ ແລະ ອື່ນໆ ຜັກອີຮຸມມີສານອາຫານຫລາຍ ຈຶ່ງມີຜູ້ຄິດຄົ້ນນຳມາ ເປັນຢາບຳລຸງສຸຂະພາບ ແລະ ຮັກສາໂລກໄດ້ດີຫລາຍຢ່າງ
ສານອາຫານໃນຜັກອີຮຸມ
1 ວິຕາມິນເອ ບຳລຸງສາຍຕາຫລາຍກວ່າກະຮົດ 3 ເທົ່າ
2 ວິຕາມິນຊີ ຊ່ວຍປ້ອງກັນຫວັດ 7 ເທົ່າຂອງສົ້ມ
3 ມີແຄນຊ້ຽມ ບຳລຸງກະດູກເກີນ 3 ເທົ່າຂອງນົມສົດ
4 ມີໂພເທຊ້ຽມ ບຳລຸງສະໝອງ ແລະ ລະບົບປະສາດ 3 ເທົ່າຂອງກ້ວຍ
5 ມີໄຍອາຫານ ແລະ ພະລັງງານບໍ່ສູງຫລາຍ ເໝາະກັບຜູ້ທີ່ຄວບຄຸມນ້ຳໜັກ
ຊັບພະຄຸນທາງຢາ
1 ຮາກ: ມີລົດຊາດເຜັດ, ຫວານ, ຂົມ ແກ້ອາການບວມ ບຳລຸງສາຍຕາ.
2 ໃບ: ຜັກອີຮຸມມີໂປຕິນສູງກວ່ານົມສົດ 2 ເທົ່າ.
3 ດອກ: ຊ່ວຍບຳລຸງຮ່າງກາຍ ປັດສະວະ, ຂັບນ້ຳຕາ, ຕົ້ມເຮັດນ້ຳຊາກິນຊ່ວຍໃຫ້ນອນລັບດີ.
4 ແກ້ຜິວແຫ້ງ ໃຊ້ແທນຢາຮັກສາຜິວແຫ້ງໃຫ້ນຸ້ມຂຶ້ນ ຮັກສາໂລກອັນເກີດຈາກເຊື້ອລາ.
5 ເປືອກ: ມີລົດຫວານ ແກ້ໄຂ້.
6 ແກ່ນ: ເປັນຢາແກ້ໄອໄດ້ດີ ຖ້າກິນແກ່ນຜັກອີຮຸມເປັນປະຈຳ ສາມາດເພີ່ມພຸມຕ້ານທານໃຫ້ຮ່າງກາຍໄດ້.
7 ໃຊ້ຮັກສາພະຍາດຂາດສານອາຫານສຳລັບເດັກນ້ອຍ.
8 ເປັນຢາຮັກສາຜູ້ເປັນພະຍາດເບົາຫວານໃຫ້ຢູ່ໃນສະພາວະຄວບຄຸມໄດ້ ເຮັດໃຫ້ຫລຸດການໃຊ້ຢ່າລົງແຕ່ຕ້ອງຢູ່ໃນການແນະນຳຂອງແພດ.
9 ສາມາດຫລຸດຄວາມດັນເລຶອດໄດ້.
10 ຊ່ວຍເພີ້ມ ແລະ ເສີມສ້າງພູຄຸມກັນໃຫ້ຮ່າງກາຍ.
11 ຖ້າກິນສະໝ່ຳສະເໝີຈະຊ່ວຍປ້ອງກັນບໍ່ໃຫ້ເກີດພະຍາດມະເຮັງໄດ້.
12 ຮັກສາລຳໄສ້ອັກເສບ ພະຍາດກ່ຽວກັບທ້ອງ ພະຍາດທີ່ເກີດໃນລຳໃສ້.
13 ຮັກສາປອດໃຫ້ແຂງແຮງ ຮັກສາພະຍາດປອດອັກເສບ.
14 ບຳລຸງສາຍຕາ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...