Homeຂ່າວພາຍ​ໃນໄທຈັບສາວລາວພ້ອມຂອງກາງຢາບ້າ 13 ພັນເມັດ ເງິນສົດ 3 ລ້ານບາດ

ໄທຈັບສາວລາວພ້ອມຂອງກາງຢາບ້າ 13 ພັນເມັດ ເງິນສົດ 3 ລ້ານບາດ

Published on

ວັນທີ 22 ສິງຫາ 2016 ເວລາປະມານ 15:00 ຕຳຫຼວດອຸດອນທານີ ຮ່ວມກັນຖະແຫຼງຂ່າວການຈັບກຸມແກ໊ງຄ້າຢາ ເປັນຍິງສາວຊາວລາວຈຳນວນ 4 ຄົນ ພ້ອມຂອງກາງຢາບ້າ 13,585 ເມັດ ແລະເງິນສົດ 3 ລ້ານບາດ ໂດຍນຳເຂົ້າປະເທດໄທເພື່ອຈຳໜ່າຍເອງ ໂດຍບໍ່ຜ່ານກຸ່ມຄ້າຢາໃນໄທ.

ຜູ້ຕ້ອງຫາປະກອບດ້ວຍ 1. ນາງ ແກ້ວມະນີ ຫຼືແມງມຸມ ສີຫາລາດ ອາຍຸ 25 ປີ ເປັນປະຊາຊົນເມືອງໄຊທານີ ນະຄອນຫຼວງວຽງຈັນ. 2. ນາງ ມົນ ຫຼື ມົນຕີ ນ້ອຍສີສັກດາ ອາຍຸ 45 ປີ ປະຊາຊົນບ້ານນາບົງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ. 3. ນາງ ນ້ອຍ ຫຼື ບັງອອນ ຂຸນດາວົງ ອາຍຸ 47 ປີ ປະຊາຊົນບ້ານສາລາຄຳໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ 4. ນາງ ຈອນ ອາຍຸ 53 ປີ ປະຊາຊົນບ້ານທາດຫຼວງໃຕ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ໄທຊຸດຈັບກຸມໄດ້ເປີດເຜີຍວ່າ ຈາກການສືບສວນຊາບວ່າມີແກ໊ງຜູ້ຍິງລາວເອົາຢາບ້າຂ້າມໄປຈາກປະເທດລາວເພື່ອນຳໄປຈຳໜ່າຍໃນປະເທດໄທ ທີ່ຈັງຫວັດອຸດອນທານີຢູ່ເລື້ອຍໆ ໂດຍແກ໊ງນີ້ມີຊື່ວ່າແກ໊ງແມງມຸມ ມີສາວທອມເປັນຫົວໜ້າ ໂດຍຈະໃຫ້ຍິງລາວອີກ 3 ຄົນ ເປັນຄົນເດິນທາງເຂົ້າມາຕິດຕໍ່ກັບພໍ່ຄ້າຢາບ້າຊາວໄທ ແລະກວດກາເງິນທີ່ຈະຊື້ຂາຍ ເມື່ອໄດ້ເງິນແລ້ວຈະແຈ້ງໃຫ້ທາງນາງແມງມຸມຜູ້ເປັນສາວທອມ ເອົາຢາບ້າມາສົ່ງໃຫ້ທັນທີ ຈຶ່ງໄດ້ສັ່ງການໃຫ້ເຈົ້າໜ້າທີ່ຈຳນວນໜຶ່ງເຂົ້າສືບສວນຈັບກຸມມາດຳເນີນຄະດີໄດ້ໝົດທັງແກ໊ງ.

14064040_1106034476154835_8495027549986247681_n

14054126_1106034409488175_5582769673944140720_n

14102210_1106034529488163_3510573809510184016_n

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...