Homeຂ່າວພາຍ​ໃນ10 ເດືອນສົກນີ້ ຂະແໜງການເງິນ ປະຕິບັດແຜນລາຍຮັບ ງົບປະມານແຫ່ງລັດ ບໍ່ບັນລຸຕາມແຜນການ!

10 ເດືອນສົກນີ້ ຂະແໜງການເງິນ ປະຕິບັດແຜນລາຍຮັບ ງົບປະມານແຫ່ງລັດ ບໍ່ບັນລຸຕາມແຜນການ!

Published on

ຂປລ. ​ໃນ 10 ​ເດືອນສົກ​ປີ 2015-2016  ​ຂະ​ແໜງ​ການ​ເງິນ ປະຕິບັດ​​ແຜນ​ງົບປະມານແຫ່ງ​ລັດ ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ ໄດ້​ພຽງ 74,52% ທຽບ​ໃສ່​ຄາດ​ຄະ​ເນປະຕິບັດ​ໝົດ​ປີ ຍ້ອນ​ລາຍ​ຮັບບໍ່​ໄດ້​ຕາມ​ແຜນ​ໃນ​ແຕ່​ລະ​ງວດ, ສະພາບ​ເສດຖະກິດ ທັງ​ພາຍ​ໃນ ​ແລະ ພາຍ​ນອກ​ ມີ​ການ​ຜັນ​ແປ ທີ່​ເປັນ​ຜົນ​ກະທົບ​ທາງ​ລົບ​ ຕໍ່​ເສດຖະກິດ​ຂອງລາວ ​ແລະ ອື່ນໆ ​​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ ຂະ​ແໜງ​ການ​ເງິນ ຈະ​ສູ້​ຊົນຈັດ​ຕັ້ງ​ປະຕິບັດ​​ ສ້າງແຜນ​ງົບປະມານ​ແຫ່ງ​ລັດ ​ໃຫ້​ໄດ້​ຕາມ​ແຜນການ100% ​ໃນ​ຕໍ່ໜ້າ.

ຕໍ່​ກັບ​ບັນ​ຫາ​ດັ່ງກ່າວ, ກະຊວງ​ການ​ເງິນ​ ໄດ້​ປະສານ​ສົບ​ທົບກັບ​ ທະນາຄານ ​ແຫ່ງ ສປປ ລາວ​ ລະດົມ​ທຶນ​ດ້ວຍ​ການຈຳໜ່າຍພັນທະບັດ ​ແລະ ກູ້​ຢືມ ​ເພື່ອ​ແກ້ໄຂ​ສະພາບ​ຄ່ອງຂອງ​ງົບປະມານ,  ສືບຕໍ່ແກ້ໄຂໜີ້ສິນຄຸມເຄືອ ຂອງໂຄງການລົງທຶນຂອງລັດ ເຊັ່ນ: ໜີ້ແບບມີສ່ວນຫລຸດທີ່ຍັງຄ້າງຈ່າຍ, ພັນທະບັດຊຳລະໜີ້ ແລະ ໜີ້ລົງທຶນອື່ນໆ ເພື່ອແກ້ໄຂສະພາບຄ່ອງຂອງທຸລະກິດ, ທະນາຄານ ແລະ ຮັກສາການເຕີບໂຕຂອງເສດຖະກິດໃຫ້ຕໍ່ເນື່ອງ. ນອກ​ນັ້ນ ຍັງຈະໄດ້ດຳເນີນບັນດາມາດຕະການຕ່າງໆ ຢ່າງແຂງແຮງ ​ເປັນ​ຕົ້ນສຳຫລວດບັນດາຫົວໜ່ວຍວິສາຫະກິດຢູ່ທົ່ວປະເທດ, ຄົ້ນຄວ້າປັບປຸງລັດຖະບັນຍັດອາກອນຊົມໃຊ້ພາຫະນະ(ລົດໃຫຍ່) ແລະ ສິນຄ້າຟຸມເຟືອຍ, ຜັນຂະຫຍາຍຄົ້ນຄວ້າ ອອກບົດແນະນຳປະຕິບັດກົດໝາຍບັນຊີ, ປະກາດໃຊ້ກຳໜົດໝາຍ ໃຊ້ຈ່າຍບໍລິຫານສະບັບໃໝ່ ​ແລະ  ອື່ນໆ.

​ໃນ​ສົກ​ປີຜ່ານມາ (2014-2015) ກະຊວງການເງິນ ປະຕິບັດຈັດເກັບລາຍຮັບໄດ້ 25.815 ຕື້ກີບ, ເທົ່າກັບ 25,23% ຂອງ GDP ໃນນີ້ລາຍຮັບພາຍ ໃນ20.536 ຕື້ກີບ ເທ່ົາກັບ 20%  ຂອງ GDP ແລະ ລາຍຈ່າຍທັງໝົດ ບໍ່ໃຫ້ເກີນ 31.000 ຕື້ກີບ ເທົ່າກັບ 30% ກວ່າ ຂອງGDP, ການລົງທຶນພາຍໃນ ແລະ ຕ່າງປະເທດ 10.534 ຕື້ກີບ ເທົ່າກັບ 10,30% ຂອງGDP ສະເພາະການລົງທຶນ ດ້ວຍແຫລ່ງງົບປະມານພາຍໃນ 3.300 ຕື້ກີບ ເທົ່າກັບ 3,30% ຂອງGDP ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...