Homeຂ່າວທ້ອງຖິ່ນສະພາບການເດີນທາງໄປບັນດາແຂວງພາກເໜືອ

ສະພາບການເດີນທາງໄປບັນດາແຂວງພາກເໜືອ

Published on

ທ່ານ ແກ້ວວິໄຊ ມົວ ປະທານສະມາຄົມຂົນສົ່ງໂດຍສານສາຍເໜືອ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດກັບທີມຂ່າວເສດຖະກິດ ການຄ້າວ່າ: ຈາກສະພາບຝົກຕົກຕິດຕໍ່ກັນໃນອາທິດກ່ອນຢູ່ບັນດາແຂວງພາກເໜືອ ເຮັດມີດິນເຈື່ອນ ແລະ ນ້ຳຖ້ວມ ໃນບາງເຂດ ນັ້ນ ປັດຈຸບັນ ການແລ່ນລົດ ມີຄວາມສະດວກສະບາຍແລ້ວ ຍ້ອນອຳນາດການປົກຄອງຂອງແຂວງ ແລະ ຂັ້ນເມືອງທີ່ກ່ຽວຂ້ອງ ໄດ້ອຳນວຍຄວາມສະດວກຢ່າງເຕັມທີ່ ໃນການນຳໃຊ້ລົດກົນຈັກໜັກ ຢູ່ປະຈຳແຕ່ລະຈຸດທີ່ມີຄວາມສ່ຽງ ເພື່ອໄວກໍລະນີດິນເຈື່ອນຖົມທາງ. ສຳລັບເສັ້ນທາງ ກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງ ຫຼວງພະບາງ ບໍ່ສາມາດທຽວໄດ້ ຍ້ອນນ້ຳຖ້ວມຂັງ

ສຳລັບຜູ້ທີ່ຈະເດີນທາງໄປຍັງແຂວງພາກເໜືອ ໃນໄລຍະນີ້ ຖ້າ ບໍ່ໝັ້ນໃຈ ຫຼື ຢາກສອບຖາມລາຍລະ ອຽດ ກໍ່ສາມາດຕິດຕໍ່ ເບີໂທ 021 612384 – 5, 020 55999506, 55607052 ໄດ້ຕະຫຼອດ 24 ຊົ່ວໂມງ

 

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...