Homeຂ່າວການພັດທະນາກຳປູເຈຍ ສົ່ງເຈົ້າໜ້າທີ່ຄຸມຫ້ອງເສັງ ຈົບຊັ້ນມໍປາຍທົ່ວປະເທດ ເຂັ້ມງວດກວດເຈ້ຍກ່າຍ ນັກສອບເສັງ!

ກຳປູເຈຍ ສົ່ງເຈົ້າໜ້າທີ່ຄຸມຫ້ອງເສັງ ຈົບຊັ້ນມໍປາຍທົ່ວປະເທດ ເຂັ້ມງວດກວດເຈ້ຍກ່າຍ ນັກສອບເສັງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ສິງຫານີ້ວ່າ ນັກຮຽນມັດທະຍົມປາຍກຳປູເຈຍ ຈຳນວນ 93,752 ຄົນ ໃນທົ່ວປະເທດ ໄດ້ເລີ່ມຕົ້ນການສອບເສັງຈົບຊັ້ນ ໂດຍທາງກະຊວງສຶກສາທິການກຳປູເຈຍ ໄດ້ລະບຸວ່າ ການສອບເສັງຄັ້ງນີ້ ໄດ້ຈັດຕັ້ງກຳມະການຄວບຄຸມຫ້ອງສອບເສັງ ປະມານ 13,000 ຄົນ ລວມທັງເຈົ້າໜ້າທີ່ຕໍ່ຕ້ານການສໍ້ໂກງ ແລະ ອາສາສະໝັກອີກ ປະມານ 6,000 ຄົນ ກະຈາຍລົງພື້ນທີ່ສູນສອບເສັງຕ່າງໆ ຊຶ່ງມີທັງໝົດ 157 ແຫ່ງ ໃນຂອບເຂດທົ່ວປະເທດ ເພື່ອກວດກາການສອບເສັງຄັ້ງນີ້ ຕາມນະໂຍບາຍປະຕິຮູບການສຶກສາ ຂອງລັດຖະບານກຳປູເຈຍ.

ລັດຖະມົນຕີກະຊວງສຶກສາທິການກຳປູເຈຍ ໄດ້ລະບຸວ່າ ປີນີ້ເປັນປີທີ 3 ທີ່ພວກເຮົາໄດ້ດຳເນີນການປະຕິຮູບ ລະດັບມັດທະຍົມສຶກສາ ຊຶ່ງການສອບເສັງປີນີ້ ແມ່ນດີຂຶ້ນກວ່າປີຜ່ານມາ ໂດຍໃນປີທຳອິດນັ້ນ ພວກເຮົາພົບວ່າ ມີນັກຮຽນລັກລອບເອົາ ເຈ້ຍກ່າຍເຂົ້າຫ້ອງສອບເສັງ ເປັນຈຳນວນຫລວງຫລາຍ, ສ່ວນໃນປີທີ 2 ກໍຍັງພົບເຫັນເຊັ່ນດຽວກັນ, ແຕ່ໃນປີທີ 3 ຄືໃນປີນີ້ ຈາກການລາຍງານພົບວ່າ ຢູ່ໂຮງຮຽນມັດທະຍົມພຣະສຸວັດ ເຈົ້າໜ້າທີ່ພວກເຮົາ ບໍ່ພົບມີນັກຮຽນຄົນໃດ ລັກລອບເອົາເຈ້ຍກ່າຍເຂົ້າຫ້ອງເສັງຈັກຄົນ ຊຶ່ງພວກເຮົາສັງເຫດເຫັນວ່າ ນັກຮຽນໄດ້ມີການກຽມພ້ອມເປັນຢ່າງດີ ສຳລັບການສອບເສັງ ແລະ ພວກເຂົາມີຄວາມໝັ້ນໃຈ.

Military Polices monitor outside the Sisowath High School during the final examinations in central Phnom Penh

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...