Homeຂ່າວການພັດທະນາພັດທະນາເຂດແຄມຂອງ ບໍລິເວນບ້ານສີຖານ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ສະອາດງາມຕາ!

ພັດທະນາເຂດແຄມຂອງ ບໍລິເວນບ້ານສີຖານ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ສະອາດງາມຕາ!

Published on

ຂປລ. ພາຍຫລັງທີ່​ ບໍລິສັດ​ ກ້ອງ​ຟ້າ​ວັດທະນາ​ ໄດ້​ເຂົ້າ​ມາ​ສໍາ​ປະທານ​ ​ແລະ ພັດທະນາ​ເຂດ​ແຄມ​ຂອງ ​ບໍລິ​ເວນບ້ານ​ສີ​ຖານ, ​ເມືອງ​ສີ​ໂຄດ​ຕະບອງ ໃນ​ເນື້ອ​ທີ່ 2.509 ຕາ​ແມັດ ​​ເຊິ່ງປັດຈຸບັນ​ ໄດ້ປັບປຸງພື້ນຖານ​ໂຄງ​ລ່າງຄືນ​ໃໝ່​ເຊັ່ນ: ລະບົບ​ໄຟຟ້າ, ຫ້ອງ​ນ້ຳ ​ແລະ ລະບົບ​ນ້ຳປະປາ ລວມທັງ​ຕົບ​ແຕ່ງປູກ​ຕົ້ນ​ດອກ​ໄມ້​, ຈັດ​ສັນ​ພື້ນ​ທີ່​ ໃຫ້​ເປັນ​ລະບຽບ ​ແລະ ທໍາ​ຄວາມ​ສະອາດ ເຮັດ​ໃຫ້​ສະຖານ​ທີ່​ແຫ່ງ​ດັ່ງກ່າວ, ກາຍ​ເປັນສະຖານ​ທີ່​ທ່ອງ​ທ່ຽວ ທີ່​ມີ​ຄວາມ​ສວຍ​ສົດ​ງົດ​ງາມ, ສະອາດງາມ​ຕາ ​ແລະ ມີ​ຄວາມ​ຍືນ​ຍົງຕາມ​ທິດ​ສີຂຽວ ທີ່ນະຄອນຫລວງ​ວຽງ​ຈັນ​ ວາງ​ອອກ.

ທ່ານ ກ້ອງ​ຟ້າ ພົມມະ​ຈັກ ປະທານ​ບໍລິສັດ ​ກ້ອງ​ຟ້າ​ວັດທະນາ ​ຜູ້​ພັດທະນາ​ແຄມ​ຂອງ​ ໄດ້​ແຈ້ງ​ໃຫ້​ຮູ້​​ເມື່ອທ້າຍ​ອາທິດ​ຜ່ານ​ມາ​ນີ້ວ່າ: ອີງ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ ອໍ​ານາດ​ການ​ປົກຄອງ​ ນະຄອນຫລວງ​ວຽງ​ຈັນ ​ແລະ ອີງ​ຕາມ​ນະ​ໂຍບາຍ 6 ສ ສ້າງ​ນະຄອນຫລວງ​ວຽງ​ຈັນ​ ຕາມ​ທິດ​ໃຫ້​ກາຍ​ເປັນ​ເມືອງທີ່​ໜ້າ​ຢູ່ ເຮັດ​ໃຫ້​ສະຖານ​ທີ່​ແຄມ​ຂອງ​​ ໃຫ້​ມີ​ຄວາມ​ສະອາດ​ສວຍ​ງາມ ​ເພື່ອ​ຮັບຮອງ ​ແລະ ດຶງ​ດູດນັກ​ທ່ອງ​ທ່ຽວ​ ທັງ​ຮັບປະກັນໃຫ້​ເຂດ​ດັ່ງກ່າວ ​ໃຫ້​ມີ​ຄວາມ​ສະອາດ​ສວຍ​ງາມ​ຂຶ້ນ​ກວ່າ​ເກົ່າ​ ​​​ເພື່ອຕ້ອນຮັບ​ ກອງ​ປະຊຸມ​ທີ່​ສໍາຄັນ​ຕ່າງໆ​ທີ່ ສປປ ລາວ​ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ​ໂດຍ​ສະ​ເພາະ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ແລະ ກອງ​ປະຊຸມ​ເຈົ້າ​ຄອງ​ອາ​ຊຽນ ​ເຊິ່ງ​ໄລຍະ​ດັ່ງກ່າວ​ ຈະ​ມີ​ບັນດາ​ຜູ້​ແທນຂອງ​ປະ​ເທດ​ຕ່າງໆ​ ເດີນທາງ​ເຂົ້າ​ມາ​ຮ່ວມຈໍານວນ​ຫລວງຫລາຍ. ສະ​ນັ້ນ, ​ເພື່ອ​ເຮັດ​ໃຫ້​ສະຖານ​ທີ່​ແຫ່ງ​ນີ້ ​ເປັນ​ສະຖານ​ທີ່​ທີ່​ສວຍ​ງາມ ​ອີກ​ແຫ່ງ​ໜຶ່ງ ​ເປັນ​ທີ່​ເອກ​ອ້າງດຶງ​ດູດ​​ ໃຫ້​ຜູ້​ມາ​ຢ້ຽມຢາມ ກໍ​ຄືນັກ​ທ່ອງ​ທ່ຽວ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ໄດ້​ເຂົ້າ​ມາ​ທ່ຽວ​ຊົມ, ສ້າງ​ສະ​ເໜ່ດຶງ​ດູດ​ໃຈນັ້ນ ທາງ​ບໍລິສັດ ​ກ້ອງ​ຟ້າ​ວັດທະນາ ຈຶ່ງ​ໄດ້​ຂໍ​ຄືນ​ພື້ນ​ທີ່​ຈາກ​ຜູ້​ປະກອບ​ການ​ຮ້ານ​ອາຫານ ​​ເພື່ອ​ປັບປຸງ​ຄືນພື້ນຖານ​ໂຄງ​ລ່າງ, ຈັດ​ສັນ​ສະຖານ​ທີ່​ຄືນ​ໃໝ່, ພ້ອມ​ທັງ​ທໍາ​ຄວາມ​ສະອາດ ຮັກສາ​ໄດ້​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປັບ​ສັນ​ພື້ນ​ທີ່​ເປົ່າ​ຫວ່າງ​ ກວມ​ 25% ຂອງ​ເນື້ອ​ທີ່​ທັງ​ໝົດ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ສາມາດ​ນັ່ງ​ຊົມຄວາມ​ງົດ​ງາມ​ຂອງ​ບັນຍາກາດແຄ​ມຂອງຍາມ​ແລງ ​ເປັນ​ຕົ້ນຊົມ​ພະ​ອາທິດ​ຕົກດິນ​ທີ່​ສວຍ​ງາມ. ​ເຊິ່ງ​ແຄມ​ຂອງ​ແຫ່ງ​ນີ້​ ຖື​ເປັນ​ສະຖານ​ທີ່ຊົມ​ພະ​ອາທິດ​ຕົກ​ດິນ​ ທີ່​ສວຍ​ງາມ​ແຫ່ງ​ໜຶ່ງ​ກໍ​ວ່າ​ໄດ້ ພ້ອມ​ນັ້ນ​, ກໍ​ໄດ້​ອອກ​ຂໍ້​ກໍານົດ​ໃໝ່ ໃຫ້​ກັບ​ບັນດາ​ຮ້ານ​ອາຫານ​​ ໃຫ້​ເກັບມ້ຽນ​ເສດ​ອາຫານ​ໃຫ້​ດີ ພາຍ​ຫລັງ ປິດ​ຮ້ານ​ໃນແຕ່​ລະ​ມື້, ກໍານົດ​ລະອຽດ​ກ່ຽວ​ກັບ​ການຈັດ​ໂຕະ​ຕັ່ງ ​ໃຫ້​ຢູ່​ໃນ​ລະດັບ​ສູງ ລະຫວ່າງ 1 ​ແມັດ ​ເພື່ອ​ບໍ່​ໃຫ້​ປິດ​ບັງ​ພູມ​ມີ​ທັດ ​ໃຫ້​ສາມາດ​ແນມ​ເຫັນ​ ທິວ​ທັດ​​ແຄມ​ຂອງ​ ໄດ້​ຢ່າງ​ສວຍ​ງາມ​ ເພື່ອ​ຮັກສາ​ຄວາມ​ສະອາດ ​ແລະ ຮັກສາ​ສະພາບ​ແວດ​ລ້ອມ ​ທີ່​ດີ.

ທ່ານ  ກອງ​ຟ້າ ພົມມະ​ຈັກ ກ່າວ​ຕື່ມ​​ວ່າ: ບໍລິສັດ​ ກອງ​ຟ້າ​ວັດທະນາ ​ເປັນ​ບໍລິສັດທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ຈາກ​ອໍານາດ​ການ​ປົກຄອງ​ ນະຄອນຫລວງ​ວຽງ​ຈັນ​ ໃຫ້​ເຂົ້າ​ມາ​ທົດ​ລອງ​ ພັດທະນາ​ເຂດ​ແຄມ​ຂອງ​​ ໃນ​ປີ 2013 ​ເພື່ອ​ເຮັດ​ສະຖານ​ທີ່​ດັ່ງກ່າວ, ໃຫ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ​ທີ່​ໂດດ​ເດັ່ນ​ເນັ້ນ​ຄວາມ​ສະອາດ, ສີຂຽວ, ສະຫວ່າງ, ສະ​ເໜ່ຕາມ​ນະ​ໂຍບາຍ 6 ສ ຂອງ​ນະຄອນຫລວງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...