spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການເບື້ອງຕົ້ນຂອງເນື້ອງອກໃນສະໝອງ! ກວດສຸຂະພາບກ່ອນສາຍເກີນແກ້

ອາການເບື້ອງຕົ້ນຂອງເນື້ອງອກໃນສະໝອງ! ກວດສຸຂະພາບກ່ອນສາຍເກີນແກ້

Published on

ຈາກໍ້ມູນຂອງ ສະຖາບັນປະສາດວິທະຍາ ກຳມະການແພດ ພົບວ່າມີຈຳນວນຜູ້ປ່ວຍທີ່ເຂົ້າຮັກສາໂຣກເນື້ອງອກສະໝອງ ເພີ່ມຂຶ້ນທຸກປີ ແລະ ເປັນ 1 ໃນ 5 ອັນດັບໂຣກທຳອິດຂອງສະຖາບັນເນື້ອງອກສະໝອງ ເນື້ອງອກສະໝອງ ຄືເນື້ອງອກທີ່ເກີດຂຶ້ນພາຍໃນກະໂຫຼກຫົວ ມີຫຼາຍກວ່າ 100 ຊະນິດ ມີທັງຊະນິດທີ່ເປັນເນື້ອງອກຮ້າຍ ແລະ ບໍ່ເປັນເນື້ອຮ້າຍ

ອາການເບື້ອງຕົ້ນຂອງເນື້ອງອກໃນສະໝອງ ທັງເນື້ອງອກທຳມະດາ ແລະ ເນື້ອຮ້າຍ ຈະມີອາການສະແດງທົ່ວໄປຄ້າຍຄືກັນຄື:

– ປວດຫົວ ມັກເປັນອາການເລີ່ມຕົ້ນຂອງການເກີດເນື້ອງອກໃນສະໝອງ ຕັ້ງແຕ່ການປວດລະດັບປານກາງເຖິງຮຸນແຮງ ແລະ ເປັນແບບເປັນໆຫາຍໆ ສ່ວນຫຼາຍມັກເກີດຂຶ້ນຕອນເຊົ້າ ແລະ ຫຼັງຕື່ນນອນໃໝ່

– ປວດຮາກ, ຮາກ ຮູ້ສຶກບໍ່ສະບາຍທ້ອງ ມັກມີອາການເກີດຂຶ້ນຕອນເຊົ້າ

– ມີອາການກະວົນກະວາຍ, ຊຶມ ບໍ່ຮູ້ສຶກຕົວ

– ຕາມົວ ເຫັນພາບຊ້ອນ

– ມີສຽງດັງໃນຫູ ວິນວຽນ ວິນຫົວ ຍ່າງເຊ

– ໜ້າເປັນອຳມະພາດຂ້າງດຽວ ຫຼື ສອງຂ້າງ ເຫຼືອກຕາຂຶນດ້ານເທິງບໍ່ໄດ້

– ຢ່ຽວຫຼາຍ

– ຫາວນອນ ຢາກຕະຫລອດ

ລອງສຳຫຼວດເບິ່ງຕາມຫົວຂໍ້ທີ່ກ່າວມາຂ້າງເທິງນີ້ ຖ້າຫາກທ່ານໃດມີອາການທີ່ກ່າວມາຂ້າງເທິງນີ້ຄວນໄປພົບແພດດ່ວນ

 

ທີ່ມາ:​http://www.rak-sukapap.com/2016/08/blog-post_982.html

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...