Homeຂ່າວຕ່າງປະເທດນ້ຳຖ້ວມທີ່ກາງໃຈເມືອງຣັສເຊຍ ຄົນແຫ່ກັນອອກມາຫຼິ້ນເວດບອດ

ນ້ຳຖ້ວມທີ່ກາງໃຈເມືອງຣັສເຊຍ ຄົນແຫ່ກັນອອກມາຫຼິ້ນເວດບອດ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະພາບອາກາດທີ່ມີຝົນຕົກໜັກຢ່າງຕໍ່ເນື່ອງໃນພື້ນທີ່ ມອສໂກ ເມືອງຫຼວງຂອງປະເທດຣັສເຊຍ ສົ່ງຜົນໃຫ້ມີນ້ຳຖ້ວມຢູ້ຫຼາຍຈຸດ ເຊິ່ງມັນໄດ້ສ້າງຄວາມເດືອດຮ້ອນ ແລະ ການຄົມມະນາຄົມໄດ້ຮັບຜົນກະທົບຈາກເຫດນ້ຳຖ້ວມຄັ້ງນີ້

ແຕ່ທີ່ໄດ້ຮັບຄວາມສົນໃຈໃນໂລກອອນໄລນ໌ທີ່ສຸດແມ່ນພຶດຕິກຳຂອງເຈົ້າຂອງສວນກີລາທາງນ້ຳແຫ່ງໜຶ່ງຂອງຣັສເຊຍ ທີ່ພິກວິກິດໃຫ້ເປັນໂອກາດ ອອກມາໂຊລີລາຫຼິ້ນເວດບອດ ຢູ່ກາງຖະໜົນແຖວກາງໃຈເມືອງທີ່ກຳລັງມີນ້ຳຖ້ວມຂັງຢູ່

ນິກິຕະ ຄານໂຕຣອຟ ເຈົ້າຂອງສວນກີລາທາງນ້ຳ ພ້ອມກັບທີມງານ ເປີດເຜີຍວ່າ ຄວາມຄິດນີ້ເກີດຂຶ້ນມາດົນແລ້ວ ພຽງແຕ່ລໍຖ້າເວລາ ແລະ ຈັງຫວະທີ່ເໝາະສົມ ເຂົາຍອມຮັບວ່າ ການເຮັດກິດຈະກຳນີ້ເປັນສິ່ງທີ່ສ່ຽງອັນຕະລາຍ ແລະ ບໍ່ເໝາະສົມປານໃດ ພວກເຂົາເຫັນຕຳຫຼວດໃນວັນທີ່ເຮັດກິດຈະກຳນີ້ດ້ວຍ ແຕ່ຕຳຫຼວດກໍ່ບໍ່ໄດ້ເຮັດຫຍັງໃຫ້ພວກເຂົາ ເພາະເຫັນເປັນເລື່ອງຕະລົກ ຕຳຫຼວດພຽງແຕ່ຢຸດເບິ່ງ ແລະ ຫົວໃສ່ ກ່ອນຈະຈາກໄປ

 ຫຼັງຈາກທີ່ກິດຈະກຳດັ່ງກ່າວນີ້ຖືກເຜີຍແຜ່ອອກໄປ ໂລກອອນໄລນ໌ກໍ່ມີສຽງວິພາກວິຈານຕາມມາຢ່າງທີ່ຄາດໄວ້ ບາງສ່ວນກໍ່ເຫັນວ່າເປັນກິດຈະກຳມ່ວນຊື່ນ ທີ່ມີໃຫ້ເຮັດສະເພາະໃນໂອກາດນ້ຳຖ້ວມຂັງເທົ່ານັ້ນ ແຕ່ບາງສ່ວນກໍ່ເຫັນວ່າເປັນການຫຼິ້ນມ່ວນຊື່ນທ່າມກາງຄວາມທຸກຂອງຄົນອື່ນ
ທີ່ມາ:​http://news.sanook.com/2050318/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...