Homeຂ່າວຕ່າງປະເທດສສ ພັກກອມມູນິດຣັດເຊຍ ສະເໜີ ປູຕິນ ຍົກເລີກສັນຍາມິດຕະພາບ ແລະ ການຮ່ວມມືກັບ ອູແກຣນ!

ສສ ພັກກອມມູນິດຣັດເຊຍ ສະເໜີ ປູຕິນ ຍົກເລີກສັນຍາມິດຕະພາບ ແລະ ການຮ່ວມມືກັບ ອູແກຣນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ສິງຫາຜ່ານມານີ້ວ່າ ໃນວັນທີ 15 ສິງຫາ 2016 ທ່ານ ເຊີເກ ໂອບູຄອບ ຫົວໜ້າກຸ່ມສະມາຊິກລັດຖະສະພາຣັດເຊຍ ຈາກພັກກອມມູນິດ ແຫ່ງ ສະຫະພັນຣັດເຊຍ ໄດ້ສົ່ງຈົດໝາຍ​ເຖິງ​ ປະທານາທິບໍດີ​ ວະລາດີເມຍ ປູຕິນ ເພື່ອຮຽກຮ້ອງໃຫ້ຍົກ​ເລີກ​ ສົນ​ທິສັນຍາ​ມິດຕະພາບ ​ແລະ ​ການຮ່ວມ​ມື​ກັບອູແກຣນ ພາຍຫລັງທີ່ກຳລັງຄວາມໝັ້ນຄົງຂອງຣັດເຊຍ ສາມາດມ້າງເພ​ກົນອຸບາຍ​ກໍ່​ການ​ຮ້າຍ​ ຢູ່ແຫລມໄຄຣເມຍຂອງຣັດເຊຍ ຊຶ່ງດຳເນີນການໂດຍລັດຖະບານອູແກຣນ.

ຈົດໝາຍ​ຂອງກຸ່ມ​ສະມາຊິກ​ລັດຖະສະພານີ້ ຊີ້​ແຈ້ງວ່າ ບັນດາ​ການ​ກະທຳຂອງ​ກຳລັງ​ປະກອບ​ອາວຸດອູແກຣນ ​ໄດ້ຮຽກຮ້ອງ​ໃຫ້ສະຫະພັນ​ຣັດ​ເຊຍ​ ຕ້ອງມີ​ບັນດາ​ມາດ​ຕະການ​ໂຕ້​ຕອບ​ໃນ​ທັນທີ ໂດຍໜຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່​ສຳຄັນ ​ແລະ ​ເໝາະ​ສົມ​ທີ່​ສຸດ ​ແມ່ນ​ຕ້ອງ​ເດັດ​ດ່ຽວ​ ຍົກ​ເລີກ​ສົນ​ທິສັນຍາ​ມິດຕະພາບ​ ແລະ​ ຄູ່​ຮ່ວມ​ມື​ ລະຫວ່າງ​ ສະ​ຫະພັນຣັດ​ເຊຍ ກັບ​ ອູແກຣນ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...