Homeເກາະຕິດກິລາຊີເກມລຸຍຊ໌ ຮ້ອງໄຫ້ຂໍໂທດແຟນບານ

ລຸຍຊ໌ ຮ້ອງໄຫ້ຂໍໂທດແຟນບານ

Published on

230080

ຫົວຟູ ຫຼັ່ງນ້ຳຕາ ຫຼັງບໍ່ສາມາດພາທັບເຊເລເຊົາ ເຂົ້າຊິງຊະນະເລີດ ຂໍໂທດແຟນບານ ຍອມຮັບເຢຍລະມັນແຂງແກ່ນທຸກຂຸມກຳລັງ

ດາວິດ ລຸຍຊ໌ ກອງຫຼັງຫົວຟູທີມຊາດບຣາຊິນ ຫຼັງນ້ຳຕາຂໍໂທດແຟນບານໂຕເອງ ຫຼັງໂຊຟອມບໍ່ໄດ້ດີ ຖືກເຢຍລະມັນຖະຫຼົ່ມ 1-7 ຈົນພາດໂອກາດເຂົ້າຊິງແຊ້ມ ບານໂລກທີ່ບ້ານເກີດ ເມື່ອຄືນວັນທີ 8 ກໍລະກົດ ທີ່ຜ່ານມາ ເກມນີ້ ແຊມບ້າ ພາດຖືກຍິງເຖິງ 5 ປະຕູໃນເຄິ່ງເວລາທຳອິ ກ່ອນຈົບລົງດ້ວຍຄວາມພ່າຍແພ້ ແບບມຸ່ນທະລາຍ 1-7 ໄດ້ພຽງເຂົ້າຊິງທີ 3 ເທົ່ານັ້ນ.

ໂດຍ ລຸຍຊ໌ ເຊິ່ງສວມປອກແຂນກັບຕັນທີມລົງຫຼິ້ນແທນ ຕິອາໂກ ຊິລວາ ກັບຕັນຕົວຈິງທີ່ຖືກໂທດແບນ ຂໍໂທດແຟນໆ ຜ່ານສື່ທັງນ້ຳຕາວ່າ: “ຂ້ອຍຂໍພຽງຕ້ອງການເຮັດໃຫ້ທຸກຄົນມີຄວາມສຸກ ແຕ່ໂຊກຮ້າຍທີ່ເຮົາເຮັດບໍ່ໄດ້ ຂ້ອຍຂໍໂທດທຸກຄົນ ຂໍໂທດຊາວບຣາຊິນ ຂ້ອຍຕ້ອງການໃຫ້ທຸກຄົນມີຮອຍຍິ້ມອີກຄັ້ງໜຶ່ງ ພວກເຮົາທຸກຄົນຮູ້ດີວ່າເກມນີ້ມັນສຳຄັນສ່ຳໃດ ສຳລັບຂ້ອຍໃນການເຮັດໃຫ້ຊາວບຣາຊິນທຸກຄົນມີຄວາມສຸກ ຢ່າງໜ້ອຍກໍເລື່ອງຂອງບານເຕະ ແນວໃດກໍຕາມ ພວກເຂົາເຮັດໃຫ້ດີກວ່າ ຫຼິ້້ນໄດ້ດີກວ່າ ແລະກຽມໂຕມາດີກວ່າແທ້ໆ” ລຸຍຊ໌ກ່າວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...