spot_img
HomeມູມໄອທີລາວChuwi Hi10 Pro ແທັບເລັດຈໍ 10 ນິ້ວ, FullHD ແລະລະບົບ Remix OS 2.0

Chuwi Hi10 Pro ແທັບເລັດຈໍ 10 ນິ້ວ, FullHD ແລະລະບົບ Remix OS 2.0

Published on

ຫຼັງຈາກກ່ອນໜ້ານີ້ທີ່ເຮົາໄດ້ລາຍງານກ່ຽວກັບໂນດບຸກ Chuwi Vi10 Plus ທີ່ມາພ້ອມກັບລະບົບ Dual OS (Windows 10 ແລະ Remix OS 2.0) ໄປແລ້ວ. ໂດຍຫຼ້າສຸດນີ້ທາງ Chuwi ກໍເປີດໂຕສິນຄ້າໃໝ່ຂອງບໍລິສັດອອກມາແລ້ວ ເຊິ່ງມີນາມວ່າ ​Chuwi Hi10 Pro.

ສຳລັບແທັບເລັດ Chuwi Hi10 Pro ນີ້ມີຈຸດເດັ່ນຢູ່ທີ່ຄຸນສົມບັດທີ່ສາມາດໃຊ້ງານໄດ້ 2 ລະບົບ ຄື: ລະບົບ Windows 10 ແລະ Remix OS 2.0 (ທີ່ສ້າງເທິງພື້ນຖານ Android 5.1 Lollipop).

ສຳລັບສະເປັກຂອງ Chuwi Hi10 Pro ມີດັ່ງນີ້:

  • ໜ້າຈໍຂະໜາດ 10.1 ນິ້ວ, ມາພ້ອມຄວາມລະອຽດ FullHD (1920 x 1200 ພິກເຊວ)
  • ຊິບປະມວນຜົນ Cherry Trail X5 
  • GPU Intel HD Graphics Gen8
  • RAM 4GB DDR3L 
  • ROM 64GB eMMC
  • ກ້ອງໜ້າ 2 ລ້ານພິກເຊວ
  • ພອຣ໌ດ  USB Type-C 3.0 
  • ແບັດເຕີຣີ 6500mAh ຮອງຮັບລະບົບສາກໄວ
  • ລະບົບ Dual OS (Windows 10 ແລະ Remix OS 2.0)

ສຳລັບລາຄາຂອງ Chuwi Hi10 Pro ແມ່ນປະມານ $199 (1.615.000 ກີບ). 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...