Homeຂ່າວຕ່າງປະເທດອຸດສາຫະກຳການທ່ອງທ່ຽວ ທາງພາກໃຕ້ຂອງໄທ ໄດ້ຮັບຜົນກະທົບ ຫລັງເຫດລະເບີດຫລາຍຈຸດ!

ອຸດສາຫະກຳການທ່ອງທ່ຽວ ທາງພາກໃຕ້ຂອງໄທ ໄດ້ຮັບຜົນກະທົບ ຫລັງເຫດລະເບີດຫລາຍຈຸດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ສິງຫາຜ່ານມານີ້ວ່າ ອຸດສາຫະກຳການທ່ອງທ່ຽວ ທາງພາກໃຕ້ຂອງໄທ ກຳລັງໄດ້ຮັບຜົນກະທົບ ຈາກເຫດການລະເບີດຫລາຍຈຸດພ້ອມກັນ ເມື່ອທ້າຍອາທິດທີ່ຜ່ານມາ ເນື່ອງຈາກຈຳນວນນັກທ່ອງທ່ຽວ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ໃນຂະນະທີ່ເຈົ້າໜ້າທີ່ຕຳຫລວດ ແລະ ທະຫານ ໄດ້ຈັດກຳລັງກວດກາ ຕັ້ງດ່ານຢູ່ຖະໜົນສາຍຕ່າງໆ ເພື່ອພະຍາຍາມຈັບກຸມຜູ້ກໍ່ເຫດ ແລະ ສ້າງຄວາມເຊື່ອໝັ້ນດ້ານຄວາມປອດໄພ ໃຫ້ແກ່ນັກທ່ອງທ່ຽວ.

ດ້ານທາງການໄທ ພະຍາຍາມລາຍງານວ່າ ເຫດການດັ່ງກ່າວນີ້ ບໍ່ກ່ຽວຂ້ອງກັບການກໍ່ການຮ້າຍ, ແນວໃດກໍຕາມ ເຖິງຈະເປັນເຫດການກໍ່ການຮ້າຍ ຫລື ການກໍ່ວິນາດສະກຳທາງການເມືອງ ພາຍໃນປະເທດເອງກໍຕາມ ມັນໄດ້ເຮັດໃຫ້ພາບພົດ ແລະ ສື່ສຽງຂອງປະເທດໄທ ໃນຖານະດິນແດນເປົ້າໝາຍຂອງນັກທ່ອງທ່ຽວ ໄດ້ຮັບຄວາມເສຍຫາຍ.
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...