HomeBaby-ແມ່ແລະເດັກເດັກເກີດໃໝ່ 3 ເດືອນທຳອິດ ຄວນນອນຫຼາຍໜ້ອຍຊ່ຳໃດຈິ່ງຈະດີ

ເດັກເກີດໃໝ່ 3 ເດືອນທຳອິດ ຄວນນອນຫຼາຍໜ້ອຍຊ່ຳໃດຈິ່ງຈະດີ

Published on

ຫຼາຍຄົນສົງໃສບໍ່ວ່າ ລູກນ້ອຍຂອງເຮົານອນຫຼາຍເກີນໄປ ຫຼື ນອນໜ້ອຍເກີນໄປ ຫຼື ບໍ່ ແລະ ພາຍໃນ 1 ມື້ ລູກຄວນນອນຈັກຊົ່ວໂມງ ວັນນີ້ເຮົາເລີຍມີຄຳຕອບມາຝາກ

  • ເດັກເກີດໃໝ່ຈົນໄປເຖິງ 2 ເດືອນ ຕ້ອງພັກຜ່ອນ 11-18 ຊົ່ວໂມງຕໍ່ມື້
  • ເດັກເກີດໃໝ່ອາຍຸ 2 ເດືອນ ໄປຈົນເຖິງ 12 ເດືອນ ຕ້ອງການພັກຜ່ອນ 11-15 ຊົ່ວໂມງຕໍ່ມື້

ຖ້າແມ່ສັງເກດເຫັນວ່າເດັກນ້ອຍເກີດໃໝ່ ແຕ່ 3 ເດືອນ ຈະຮ້ອງໄຫ້ ແລະ ຕື່ນເລື່ອຍໆ ເພາະວ່າຫິວນົມ ຖ້າເດັກທີ່ກິນນົມແມ່ລະບົບການເຮັດວຽກຂອງກະເພາະອາຫານຈະດີ ຍ່ອຍງ່າຍເຮັດໃຫ້ຫິວນົມຕະຫຼອດ ແລະ ຕື່ນຕະຫຼອດ ເຊິ່ງເປັນເລື່ອງປົກກະຕິ ເດັກເກີດໃໝ່ຈະຕື່ນທຸກ 2-3 ຊົ່ວໂມງ ເພື່ອມາດູດນົມແມ່ ທັງໃນຕອນກາງເວັນ ແລະ ຕອນກາງຄືນ ແຕ່ຖ້າຕອນກາງຄືນລູກບໍ່ຕືນຂຶ້ນມາດູດນົມ ແມ່ກໍ່ຕ້ອງລຸກຂຶ້ນມາບີບນົມໄວ້ເພື່ອໃຫ້ນ້ຳນົມໄຫລວຽນດີຂຶ້ນ

 

ທີ່ມາ: http://www.maerakluke.com/topics/11172

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...