Homeຂ່າວທ້ອງຖິ່ນ  ຕັກແຕນ ເລີ່ມລະບາດຢູ່ແຂວງຊຽງຂວາງ

  ຕັກແຕນ ເລີ່ມລະບາດຢູ່ແຂວງຊຽງຂວາງ

Published on

ໃນປີ​ນີ້​ຊາວ​ກະສິກອນ​ ຕ້ອງ​ໄດ້​ເຝົ້າ​ລະວັງ​ເປັນ​ພິເສດ ​ຕໍ່​ການ​ລະບາດ​ຂອງ​ຝູງ​ຕັກແຕນ​ທຳລາຍ​ຜົນລະປູກ​ປະຊາຊົນ​ ເພາະພາຍຫຼັງ​ທີ່​ເກີດ​ຢູ່​ແຂວງ​ຫົວພັນ ແລະ​ຫຼວງ​ພະ​ບາງ​ໃນ​ໄລຍະ​ຜ່ານ​ມາ, ປະຈຸ​ບັນ​ເລີ່ມ​ປະກົດ​ຂຶ້ນ​ຢູ່​ເມືອງ​ຄຳ​, ແຂວງຊຽງ​ຂວາງ​ ບໍລິເວນຊາຍ​ແດນ​ຕໍ່​ກັບ​ຫົວພັນ​ແລ້ວ.

ອີງຕາມການລາຍງານຂອງນັກຂ່າວທ້ອງຖິ່ນວ່າ: ໃນ​ຕອນ​ເຊົ້າ​ວັນ​ທີ 11 ສິງຫາ 2016 ຜ່ານ​ມາ​ນີ້​ພະ​ແນກ​ກະສິກຳ ແລະ​ປ່າໄມ້​ແຂວງ, ເມືອງ ໄດ້​ພ້ອມ​ກັນ​ລົງ​ກວດກາ​ການ​ລະບາດ​ຂອງ​ຕັກແຕນ​ຢູ່ ​ບ້ານ​ແກ່ວ​ເລິກ, ກຸ່ມບຸນ​ຖິ່ນ, ເມືອງ​ຄຳ, ແຂວງ​ຊຽງ​ຂວາງ​ຕັກແຕນ ໄດ້​ເລີ່ມ​ເຄື່ອນ​ຍ້າຍ​ມາ​ທາງ​ທິດເໜືອ ແລະ​ມີການລະບາດ​​ຕາມລຽບ​ຊາຍ​ແດນ​ຊຽງ​ຂວາງ-ຫົວພັນ ຕັກແຕນຈະ​ຢູ່​ເປັນ​ຝູງ ​ເຄື່ອນ​ຍ້າຍ​ເປັນ​ຝູງ​ມັກ​ກິນ​ໃບ​ໄມ້ປ່ອງ, ສາລີ, ເຂົ້າ ແລະ​ອື່ນໆ​. ເຮັດ ໃຫ້​ຜົນ​ຜະລິດ​ຂອງ​ປະຊາຊົນ​ເລີ່ມ​ເສຍຫາຍ.

ທ້າວ ຄຳ​ໝັ້ນ ປະຊາຊົນ​ບ້ານ​ແກ່ວ​ເລິກ​ໄດ້​ໃຫ້​ສຳພາດ​ວ່າ: ໄຮ່​ສາລີ​ຂອງ​ຕົນ​ເສຍ​ຫາຍ​ທັງ​ໝົດ​ໃນ​ເນື້ອທີ່ 2.000 ກວ່າ​ຕາ​ແມັດ​, ເນື້ອທີ່​ໄຮ່​ເສຍ​ຫາຍ 30% ຈາກ​ເນື້ອທີ່​ໄຮ່​ທັງ​ໝົດ 1 ເຮັກຕາ​ກວ່າ ປະຈຸ​ບັນ​ວິຊາ​ການ​ຈາກ​ພະ​ແນກ​ກະສິກຳ ແລະ​ປ່າໄມ້ ໄດ້​ປຶກສາ​ຫາລື​ກັບ​ເມືອງ, ເພື່ອ​ຝຶກ​ອົບຮົມ​ການ​ເຝົ້າ​ລະວັງ​ການ​ລະບາດ, ຜົນ​ຮ້າຍ​ຂອງ​ຕັກແຕນ​ວາງ​ແຜນ ການ​ຮັບ​ມື, ປາບ​ປາມ, ຕິດຕາມ​ຈຸດ​ວາງໄຂ່​ຂອງ​ຕັກແຕນ ​ໃນ​ແຕ່​ລະ​ເຂດ ເມື່ອ​ພົບເຫັນ​ກໍ​ໃຫ້​ລາຍ​ງານ​ ຕໍ່​ພາກສ່ວນ​ທີ່​ກ່ຽວຂ້ອງ​ຢ່າງ​ທັນ​ການ ແລະ​ຫ້າມ​ນຳ​ຕັກແຕນ​ທີ່​ມີ​ຊີວິດ​ເຄື່ອນ​ຍ້າຍ​ຊະຊາຍ ເພາະຍິ່ງ​ຈະ​ເຮັດ​ໃຫ້ການ​ລະບາດ​ແຜ່​ລາມອອກ​ໄປ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...