Homeນານາສາລະວິທີລ້າງເຮັດຄວາມສະອາດເຊື້ອຣາໃຫ້ອອກງ່າຍ

ວິທີລ້າງເຮັດຄວາມສະອາດເຊື້ອຣາໃຫ້ອອກງ່າຍ

Published on

ເຊື້ອຣາເປັນອີກເລື່ອງໜຶ່ງທີ່ກວນໃຈ ເນື່ອງຈາກເປັນສິ່ງທີ່ເຮັດຄວາມສະອາດຍາກ ແຖມຍັງລຸກລາມໄດ້ໄວ ໂດຍສະເພາະຊ່ວງລະດູຝົນເຊື້ອລາຈະມີການລຸກລາມໄວທີ່ສຸດ ວັນນີ້ພວກເຮົາເລີຍມີວິທີລ້າງເຮັດຄວາມສະອາດເຊື້ອຣາມາຝາກກັນ ເຊິ່ງຈະເຮັດແບບໃດແນ່ນັ້ນ ເຮົາມາອ່ານກັນເລີຍ

ລ້າງດ້ວຍແບກກິ້ງໂຊດາ
ປະສົມແບກກິ້ງໂຊດາ ແລະ ນ້ຳສະອາດລົງໃນຕຸກສະເປ ຈາກນັ້ນກໍ່ສັ່ນໆຕຸກສະເປ ໃຫ້ແບກກິ້ງໂຊດາລະລາຍໃນນ້ຳ ແລ້ວນຳໄປສີດໃຫ້ທົ່ວບໍລິເວນເກີດເຊື້ອຣາ ແລ້ວກໍ່ໃຊ້ແປງຂັດອອກ ຈາກນັ້ນກໍ່ລ້າງອອກດ້ວຍນ້ຳ ແລ້ວກໍ່ສີດນ້ຳໃນຕຸກສະເປນັ້ນອີກຮອບ ຈາກນັ້ນກໍ່ປ່ອຍໄວ້ໃຫ້ແຫ້ງໂດຍບໍ່ຕ້ອງລ້າງອອກ

ລ້າງດ້ວຍນ້ຳສົ້ມສາຍຊູ
ນ້ຳສົ້ມສາຍຊູໃສ່ຕຸກສະເປໂດຍບໍ່ຕ້ອງປະສົມນ້ຳ ແລ້ວນຳໄປສີດໃຫ້ທົ່ວບໍລິເວນທີ່ເກີດເຊື້ອຣາ ປະໄວ້ປະມານ 1 ຊົ່ວໂມງ ແລ້ວຈິ່ງລ້າງອອກດ້ວຍນ້ຳສະອາດ

ລ້າງດ້ວຍນ້ຳຢາຊັກຜ້າຂາວ (ໄຮເຕີ້)
ດູດຝຸ່ນບໍລິເວນທີ່ຕ້ອງການເຮັດຄວາມສະອາດ ຈາກນັ້ນກໍ່ປະສົມນ້ຳຢາຊັກຜ້າຂາວລົງໃນນ້ຳດ້ວຍອັດຕາສ່ວນ 1 ຝາ ຕໍ່ນ້ຳ 3 ໂອ ແລ້ວຫ່າຍລົງໃສ່ຕຸກສະເປ ແລະ ນຳໄປສີດໃສ່ຈຸດບໍລິເວນທີ່ເກີດເຊື້ອຣາ ປະໄວ້ປະມານ 20 ນາທີ ແລ້ວຈິ່ງໃຊ້ແປງຖູໆອອກ ຈາກນັ້ນກໍ່ລ້າງດ້ວຍນ້ຳສະອາດ

 

ທີ່ມາ: http://home.kapook.com/view149728.html

ບົດຄວາມຫຼ້າສຸດ

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...