Homeຂ່າວນໍ້າຖ້ວມເກີດນ້ຳຖ້ວມໜັກຢູ່ເມືອງແບ່ງ ແລະ ເມືອງຮຸນ

ເກີດນ້ຳຖ້ວມໜັກຢູ່ເມືອງແບ່ງ ແລະ ເມືອງຮຸນ

Published on

ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນມາແຕ່ວັນທີ 11 ສິງຫານີ້ ໄດ້ສົ່ງຜົນໃຫ້ສາຍນ້ຳແບ່ງຍຶ່ງສູງຂຶ້ນໄຫລເຂົ້າຖ້ວມບ້ານເຮືອນ, ໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງ ພ້ອມລະບົບໄຟຟ້າຫລາຍແຫ່ງໃນເຂດເມືອງແບ່ງ ແລະ ເມືອງຮຸນ ແຂວງອຸດົມໄຊ ໄດ້ຮັບຄວາມເສຍຫາຍໜັກໜ່ວງສົມຄວນ ເຊິ່ງໃນວັນທີ 12 ສິງຫາຜ່ານມານີ້, ເຈົ້າແຂວງດັ່ງກ່າວກໍໄດ້ລົງກວດກາເບິ່ງສະພາບຕົວຈິງໃນເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງ ໂດຍສະເພາະແມ່ນເຂດລ້ອງແມ່ນ້ຳແບ່ງ ແລະ ໄດ້ຮັບລາຍງານຈາກອຳນາດການປົກຄອງເມືອງວ່າ: ຮ້າຍແຮງກວ່າໝູ່ແມ່ນບ້ານໂພນສະຫວາດນ້ຳໄຫລທັ່ງໃສ່ຂອບທາງ ເຮັດໃຫ້ທາງເຈື່ອນ ແລະ ເສົ້າໄຟຟ້າຫັກພັງລົງມາເປັນຈຳນວນຫລາຍໃນໄລຍະຍາວປະມານ 1 ກິໂລແມັດ, ເຮັດໃຫ້ສວນສາລີຖືກນ້ຳຖ້ວມຫລາຍກວ່າ 300 ເຮັກຕາ, ໜອງປາ 70 ໜອງ ແລະ ຄອງເໝືອງຊົນລະປະທານໄດ້ຮັບຄວາມເສຍຫາຍຮ້າຍແຮງ 2ຈຸດ, ສັດລ້ຽງຈຳນວນໜຶ່ງເສຍຫາຍ.

ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ອັນຮ້າຍແຮງ ແລະ ເປັນໜ້າຢ້ານກົວໄປກວ່ານັ້ນສຳລັບນ້ຳຖ້ວມຄັ້ງນີ້ແມ່ນຢາຂ້າຫຍ້າ ແລະ ຢາປາບສັດຕູພືດຂອງຜູ້ລົງທຶນປູກກ້ວຍໃນທ້ອງຖິ່ນດັ່ງກ່າວເປັນຈຳນວນຫລາຍອາດມີມູນຄ່າປະມານ 600 ລ້ານກີບ ຖືກນ້ຳພັດຊຸໄປ. ສິ່ງດັ່ງກ່າວຖ້າບໍ່ມີການເກັບກູ້ຄືນມາໄດ້ມັນອາດຈະສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງຄົນໃນໄລຍະຍາວອີກດ້ວຍ ແລະ ຕໍ່ບັນຫານີ້, ທ່ານເຈົ້າແຂວງກໍໄດ້ໃຫ້ທິດແນະນຳອຳນາດການປົກຄອງ ແລະ ຜູ້ເປັນເຈົ້າຂອງຢາເຄມີດັ່ງກ່າວ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂໃຫ້ດີທີ່ສຸດ ເພື່ອບໍ່ສົ່ງຜົນກະທົບຮ້າຍແຮງຕາມມາ ແລະ ພ້ອມນັ້ນ ກໍໃຫ້ສຸມກຳລັງຊ່ວຍປະຊາຊົນຜູ້ໄດ້ຮັບຜົນກະທົບໃຫ້ມີເງື່ອນໄຂທຳມາຫາກິນ ແລະ ຟື້ນຟູການຜະລິດໄດ້ໂດຍໄວ ແລະ ໃຫ້ພະແນກກ່ຽວຂ້ອງເລັ່ງປົວແປງເສັ້ນທາງໄປບ້ານຂອນ ແລະ ບ້ານນາງົວໃຫ້ສາມາດທ່ຽວໄປມາໄດ້ໂດຍໄວ, ພ້ອມສຸມໃສ່ສ້ອມແປງຕາຂ່າຍໄຟຟ້າທີ່ໄດ້ຮັບຜົນກະທົບໃຫ້ສາມາດສະໜອງໄຟຟ້າເປັນປົກກະຕິ

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...