Homeຂ່າວຍົນຕົກເຮລິຄອບເຕີກອງທັບໄທ ຂາດການຕິດຕໍ່ແຕ່ສວາຍ ປານນີ້ຍັງບໍ່ພົບຮ່ອງຮອຍ

ເຮລິຄອບເຕີກອງທັບໄທ ຂາດການຕິດຕໍ່ແຕ່ສວາຍ ປານນີ້ຍັງບໍ່ພົບຮ່ອງຮອຍ

Published on

ມື້ນີ້, ວັນທີ 14 ສິງຫາ 2016 ທີ່ປະເທດໄທ ເກີດເຫດຍົນເຮລິຄອບເຕີຂອງກອງທັບພາກທີ 3 ຂອງໄທ ຮຸ່ນ UH-72 ຫຼືລາໂກຕ້າ ທີ່ກຳລັງບິນກັບຈາກພາລະກິດຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ຈັງຫວັດແມ່ຮ່ອງສອນ ມຸ້ງໜ້າກັບໄປຍັງຈັງຫວັດພິດສະນຸໂລກ ໄດ້ຂາດການຕິດຕໍ່ໄປ ໃນລະຫວ່າງການບິນຢູ່ບໍລິເວນເທິງດອຍອິນທະນົນ ຕັ້ງແຕ່ເວລາ 10:30

ເຈົ້າໜ້າທີ່ທະຫານຈັງຫວັດຊຽງໃໝ່ ໄດ້ແຕ່ງຕັ້ງກັນອອກໄປຄົ້ນຫາ ແຕ່ວ່າມາຮອດຕອນຄ່ຳມືດຂອງມື້ນີ້ ກໍຍັງບໍ່ມີວີ່ແວວວ່າພົບເຫັນຍົນລຳດັ່ງກ່າວແຕ່ຢ່າງໃດ.

ຍົນລຳດັ່ງກ່າວມີຜູ້ໂດຍສານທັງໝົດ 5 ຄົນ ເປັນນັກບິນ 2 ຄົນ ຊ່າງເຕັກນິກ 2 ຄົນ ຜູ້ໂດຍສານ 1 ຄົນ ໃນນັ້ນມີ ພົນຕີ ນົບພອນ ເຮືອນຈັນ ຜູ້ບັນຊາການກອງພົນທະຫານຮາບທີ 4 ຂອງໄທລວມຢູ່ນຳພ້ອມ.

ໃນຂະນະທີ່ບາງກະແສຂ່າວໄດ້ບອກວ່າ ໄດ້ພົບເຮືອບິນລຳດັ່ງກ່າວແລ້ວ ໂດຍໄດ້ລົງຈອດທີ່ບ້ານປ່າຄາ ອຳເພີສະເມິງ ຈັງຫວັດຊຽງໃໝ່. ແຕ່ກະແສຂ່າວດັ່ງກ່າວນັ້ນພົບວ່າ ເປັນເຮລິຄອບເຕີ ຈາກກອງບິນ 41 ທີ່ໄດ້ຮ່ວມອອກຄົ້ນຫາເຮືອບິນລຳທີ່ຂາດການຕິດຕໍ່.

ແນວໃດກໍຕາມກອງທັບອາກາດໄທ ໄດ້ຈັດສົ່ງເຮືອບິນບໍ່ມີຄົນຂັບ ຫຼື UAV ຈາກກອງບິນ 4 ຕາຄລີ ສະໜັບສະໜຸນການຄົ້ນຫາ ໂດຍເຮືອບິນ UAV ຈະອອກເດິນທາງຈາກຈັງຫວັດ ນະຄອນສະຫວັນໃນຕອນເຊົ້າມື້ອື່ນນີ້.

CiHZjUdJ5HPNXJ91wzcWzvbx88LW2JHYyI
ຍົນບໍ່ມີຄົນຂັບ ຫຼື UAV ທີ່ຈະເຂົ້າຊ່ວຍຄົ້ນຫາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...