Homeມູມໄອທີລາວດູໄບ ຈະຈັດການແຂ່ງຂັນຄົ້ນຫາໄຮເປີລູບ ຍານຂົນສົ່ງທີ່ໄວກວ່າເຮືອບິນ

ດູໄບ ຈະຈັດການແຂ່ງຂັນຄົ້ນຫາໄຮເປີລູບ ຍານຂົນສົ່ງທີ່ໄວກວ່າເຮືອບິນ

Published on

ເມື່ອວັນທີ 10 ສິງຫາ ທີ່ຜ່ານມາ ສຳນັກຂ່າວ ຊີເອັນເອັນ ລາຍງານວ່າ ທາງການ ດູໄບ ແຫ່ງສະຫະຫຼັບເອມິເຣດ ກຳລັງວາງແຜນເປັນເຈົ້າຳາບເພື່ອສ້າງ “ໄຮເປີລູບ” ຍານຂົນສົ່ງແຫ່ງອານາຄົດທີ່ມີຄວາມໄວໃກ້ຄຽງ ຫຼື ໄວກວ່າເຮືອບິນ ເຊິ່ງມີຄວາມໄວສູງເຖິງ 1,200 ກິໂລແມັດຕໍ່ຊົ່ວໂມງ

ລາຍງານລະບຸວ່າ ທາງການດູໄບມີແຜນຈະເປັນເຈົ້າພາບ ເຊີນບັນດາຜູ້ອອກແບບຈາກທົ່ວໂລກມາແຂ່ງຂັນກ່ຽວກັບລະບົບຂອງໄຮເປີລູບ ໃນເດືອນກັນຍານີ້ ເຊິ່ງໄຮເປີລູບເປັນໄອເດຍຂອງ ທ່ານ ອີລອນ ມັສ ນັກທຸລະກິດໃຫຍ່ຊາວອາເມລິກາ-ເຢຍລະມັນ ເປັນວິສະວະກອນ ແລະ ນັກປະດິດ ທັງເປັນຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານຂອງບໍລິຫານບໍລິສັດ ສະເປຊເອັກສ໌

ຍານໄຮເປີລູບມີລັກສະນະຄ້າຍ ແຄບຊູລ ເຊິ່ງເປັນບ່ອນນັ່ງສຳລັບຜູ້ໂດຍສານ ແລະ ວາງເຄື່ອງຂອງ ຂັບເຄື່ອນດ້ວຍລະບົບໄຟຟ້າເທິງຮາງໃນທໍ່ຍາວ ແລະ ພາຍໃນແຄບຊູລຈະຖືກປັບສະພາບຄວາມດັນໃຫ້ມີຄວາມດັນຕ່ຳ ເພື່ອທີ່ຍານສາມາດແລ່ນດ້ວຍຄວາມໄວ 1,200 ກິໂລແມັດຕໍ່ຊົ່ວໂມງ ໄດ້ປຽບທຽບຈາກການເດີນທາງຈາກນະຄອນລອດແອນເຈີລິສ ໄປທີ່ເມືອງຊານຟຣາສຊິສໂກ ໃນສະຫະລັດອາເມລິກາ ດ້ວຍໄລຍະທາງ 380 ໄມລ໌ ໃຊ້ເວລາພຽງ 30 ນາທີ

ທີ່ມາ:  edition.cnn.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...