Home​ຂ່າວທ່ອງທ່ຽວຊົມຄວາມງາມຂອງຕາດຕະແລໃນລະດູຝົນ

ຊົມຄວາມງາມຂອງຕາດຕະແລໃນລະດູຝົນ

Published on

ອອນຊອນຄວາມງາມ ຕາດຕະແລ ໃນລະດູຝົນ ຕາດແຫ່ງມົນສະເໜ ຂອງເມືອງຮຸນ ແຂວງອຸດົມໄຊ.
ຕາດຕະແລຕັ້ງຢູ່ບ້ານຕະແລ ຫ່າງຈາກເທດສະບານເມືອງຮຸນ ປະມານ 40 ກວ່າກິໂລແມັດ, ການເຂົ້າເຖິງເປັນເສັ້ນທາງດິນແດງ. ຈຸດເດັ່ນຂອງຕາດນີ້ເປັນນ້ຳຕົກຕາດແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມທາງທຳມະຊາດເຊິ່ງອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບທີ່ມີຕົ້ນໄມ້ໃຫຍ່, ນ້ອຍທີ່ມີໃບດົກໜາຂຽວງາມ ແລະ ເຕັມໄປດ້ວຍນົກນາໆຊະນິດ, ນ້ຳຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່, ຕາດນ້ອຍຢັ່ງຢາຍໄປຕາມສາຍນ້ຳຕະແລະຍາວປະມານ 600 ກວ່າແມັດຄື:

– ຕາດທີ່ 1 ສູງປະມານ 7 ແມັດແລະກວ້າງປະມານ 8 ແມັດ.

– ຕາດທີ່ 2 ສູງປະມານ 15 ແມັດແລະກວ້າງປະມານ 7 ແມັດ.

– ຕາດທີ່ 3 ສູງປະມານ 15 ແມັດແລະກວ້າງປະມານ 11 ແມັດ.

– ຕາດທີ່ 4 ສູງປະມານ 16 ແມັດແລະກວ້າງປະມານ 27 ແມັດ.

– ຕາດທີ່ 5 ສູງປະມານ 40 ແມັດແລະກວ້າງປະມານ 27 ແມັດ.

– ຕາດທີ່ 6 ສູງປະມານ 13 ແມັດແລະກວ້າງປະມານ 28 ແມັດ.

– ຕາດທີ່ 7 ສູງປະມານ 55 ແມັດແລະກວ້າງປະມານ 35 ແມັດ.(ຕາດທີ່ 4,5,6 ຢູ່ໃນຊ່ວງໄລຍະເດືອນ 12 – 6 ນ້ຳຈະບໍ່ໂຕນຕາດ, ນ້ຳຈະລອດພື້ນ). ແຕ່ຢູ່ໃນໄລຍະລະດູຝົນແບບນີ້ນຳຢູ່ຕາດຈະມີຄວາມ ສວຍງາມ ເພາະວ່າມີປະລິມານນ້ຳຫຼາຍ.


ຂໍ້ມູນ ແລະ ພາບ ຈາກ ທ່ອງທ່ຽວອຸດົມໄຊ ແລະເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...