Homeຂ່າວພາຍ​ໃນ“ປາກຽວ” ກັບຄືນ! ວາງຄິວຄືນສັງ­ວຽນທ້າຍປີນີ້

“ປາກຽວ” ກັບຄືນ! ວາງຄິວຄືນສັງ­ວຽນທ້າຍປີນີ້

Published on

ແມນນີ້ ປາກຽວ ຍອດນັກສົກຂວັນໃຈຊາວອາ­ຊີ ກຽມກັບຄືນສູ່ສັງວຽນມວຍອີກຄັ້ງ ຫຼັງກຳ­ນົດຂຶ້ນສົກນັດຫຼ້າສຸດ ວັນທີ 5 ພະ­ຈິກນີ້ ໃນການແຂ່ງ­ຂັນຊິງແຊັມໂລກ ຮຸ່ນວໍເຕີເວດ ກັບຄູ່ສົກຊາວອາເມຣິກາ ໂດຍອາດເປິດທາງໄປສູ່ການຫວນກັບຄືນໄປສົກກັບ ຟລອຍ ເມເວດເທີ ຈູເນຍ ຄູ່ຮັກຄູ່ແຄ້ນໃນອະ­ນາ­ຄົດ.

ປາກຽວ ເຈົ້າຂອງສາຍ­ແອວແຊັມ 8 ເສັ້ນ ປະ­ກາດແຂວນນວມໄປເມື່ອເດືອນເມ­ສາທີ່ຜ່ານມາ ຈາກນັດທີ່ເອົາຊະ­ນະ ທິໂມທີ ແບຣດລີ ກ່ອນທີ່ ບັອບ ອາຣຳ ໂປຣໂມເຕີຜູ້ຮູ້ໃຈຈະເປີດ­ເຜີຍຂ່າວວ່າ ປາກຽວ ທີ່ຫັນຫຼັງໄປຫຼິ້ນການ­ເມືອງ ອາດກັບມາໂຊລີ­ລາເທິງສັງ­ວຽນໃຫ້ຊົມກັນທ້າຍປີນີ້.

ລ່າສຸດ ໄມເຄິນ ຄອງ ຜູ້ຈັດການສ່ວນຕົວຂອງ ປາກຽວ ໄດ້ຢືນຢັນແລ້ວວ່າ ເປັນເລື່ອງຈິງ ແລະ ຈະໄດ້ສົກກັນແນ່­ນອນໃນເດືອນພະ­ຈິກນີ້ “ແມນນີ ປາກຽວ ຍັງບໍ່ເຖິງເວ­ລາທີ່ຕ້ອງແຂວນນວມມວຍຄືສິ່ງທີ່­ຢູ່ໃນສາຍ­ເລືອດຂອງເຂົາ ເມື່ອໃດທີ່ເຂົາຝຶກຊ້ອມ ເໝືອນວ່າເຂົາຮູ້­ສຶກກົດດັນຫຼາຍ ແຕ່ກັບກັນ ເຂົາມີຄວາມ­ສຸກຫຼາຍກວ່າ”.

ທັງນີ້ ປາກຽວ ແລະ ທີມງານ ຈະມີການເຈລະ­ຈາເຖິງເລື່ອງຄູ່ສົກ ວັນທີ 10 ສິງ­ຫານີ້ ທີ່ ມະ­ນິ­ລາ ເຊິ່ງກໍເບິ່ງໄວ້ທີ່ ເຈສຊີ ວາກັສ ເຈົ້າຂອງແຊັມວໍເຕີເວດ ຂອງອົງກອນມວຍໂລກ (WBO) ແລະ ກຳ­ລັງເບິ່ງເຖິງສະ­ຖານ­ທີ່ຢູ່ວ່າຈະໄປບ່ອນໃດ ລະ­ຫວ່າງ ລອສ ແອງເຈລິສ ຫຼື ດູໄບ.

 

ແຫລ່ງຂ່າວໄດ້ມາຈາກ : http://kidork.com

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...