spot_img
Home​ຂ່າວທ່ອງທ່ຽວຟ້າຫຼັງຝົນທີ່ພະທາດອີງຮັງ

ຟ້າຫຼັງຝົນທີ່ພະທາດອີງຮັງ

Published on

10425159_258430201024674_6856382592114952411_n

ບາງຄົນຄິດບໍ່ອອກ ຄຳວ່າ “ຟ້າຫຼັງຝົນ” ຄືຫຍັງກັນແທ້?. ລະດູແລ້ງເຖິງແມ່ນອາກາດຈະແຫ້ງແລ້ງ ແຕ່ສິ່ງໜຶ່ງທີ່ເຫັນແມ່ນທ້ອງຟ້າຂ້ອນຂ້າງຈະມົວໆ ເບິ່ງໄປໄກໆ ບໍ່ຊັດເຈນ ເບິ່ງພູທີ່ມີຕົ້ນໄມ້ແທນທີ່ຈະເປັນສີຂຽວເຂັ້ມໆ ແຕ່ຊ້ຳເປັນສີຂີ້ເທົ່າ ອອກຂາວໆ ມົວໆ ບໍ່ແຈ້ງ. ຕົກມາລະດູຝົນ ຖ້າມື້ໃດຝົນຕົກ ກໍຈະມີເມກໝອກບົດບັງທ້ອງຟ້າແມ່ນແຕ່ດວງຕາເວັນກໍຍັງບໍ່ສາມາດສອງແສງລົງມາສູ່ພື້ນດິນໄດ້, ແຕ່ບາດຝົນເອື້ອນແລ້ວ ທ້ອງຟ້າພັດປອດໂປ່ງ ສົດໃສ ແນມໄປໃສກໍຈະແຈ້ງ ຊັດເຈນ ທ້ອງຟ້າສີຄາມຖືກເປີດເຜີຍຢ່າງໂດດເດັ່ນ.

10469463_258430211024673_6681793157986111717_n

ມື້ນີ້ຝົນຕົກແຕ່ຕອນກາງຄືນຮອດຕອນເຊົ້າ ຕົກມາຕອນສວາຍໆ ແລ້ວ ທ້ອງຟ້າພັດປອດໂປ່ງ. ພໍດີ ວາງຈາກຄັນຄາດຄັນໄຖແລະມັດກ້າ ສາວມຸກດາວັນ ສັນຕິພອນ ນັກຮ້ອງດັງຂອງລາວ ໄດ້ພາຜູ້ຂຽນໄປຍັງແຫຼ່ງທ່ອງທ່ຽວແຫ່ງໜຶ່ງຂອງແຂວງສະຫວັນນະເຂດ ນັ້ນກໍຄືພະທາດອີງຮັງ.

10509636_258430231024671_1131294083003276688_n

ພະທາດອີງຮັງເປັນສິລະປະແລະສະຖາປັດຕະຍະກຳແບບລ້ານຊ້າງ ເປັນປູຊະນິຍະສະຖານທີ່ສຳຄັນແຫ່ງໜຶ່ງຂອງລາວ ທີ່ຕັ້ງຢູ່ໃນແຂວງສະຫວັນນະເຂດ ແລະປະມານ 15 ກິໂລແມັດ ລະຫວ່າງເສັ້ນທາງສະຫວັນນະເຂດ-ເຊໂນ ອົງພະທາດກວ້າງດ້ານລະ 9 ແມັດ ມີລັກສະນະເປັນສີ່ລ່ຽມຫຍໍ້ມຸມຄືກັບຫໍຜາສາດ ເປັນທາດແບບປະສົມວິຫານ ຄືໃຊ້ເປັນສະຖານທີ່ປະສິດສະຖານສິ່ງສັກສິດໄດ້ ເພາະມີປະຕູເຂົ້າອອກໄດ້ ອົງພະທາດຈັດເປັນ 3 ຖານ ຫຼຸດລັ່ນກັນເປັນລຳດັບ ຖານລຸ່ມສຸດ ຖານກາງເປັນສິລະປະດັ້ງເດີມ ສ່ວນຖານເທິງແລະຍອດເປັນສິລະປະສະໄໝລ້ານຊ້າງ.

10464243_258430314357996_4323721644680393415_n

ພະທາດອີງຮັງສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງ ປະມານ 143ປີ ກ່ອນຄສ ຫຼືປະມານ 2157 ປີກ່ອນ ຢູ່ໃນສະໄໝເຈົ້າສິມິດຕະທຳມະວົງສາ ພະອົງສ້າງຂຶ້ນຕາມຄຳແນະນຳຂອງສະມະນະທູດສະໄໝພະເຈົ້າອະໂສກມະຫາຣາດ ທີ່ເດິນທາງເຂົ້າມາເຜີຍແຜ່ພະພຸດທະສາດສະໜາໃນສຸວັນນະພູມ ເທື່ອທຳອິດໄດ້ສ້າງເປັນທາດທີ່ມີລັກສະນະເປັນວິຫານ ເມື່ອສ້າງສຳເລັດແລ້ວໄດ້ອັງເຊີນພະບໍລົມມະສາລີລິກະທາດ ກະດູກສັນຫຼັງຂອງພະພຸດທະເຈົ້າທີ່ອັງເຊີນມາຈາກເມືອງລາຊະຄຶ ປະເທດອິນເດຍມາປະດິດສະຖານໄວ້ພາຍໃນ ເພື່ອເປັນເຄື່ອງໝາຍແທນສະຖານທີ່ປະລິນິບພານທີ່ພະພຸດທະເຈົ້າສະເດັດປະລິນິບພານໃນປ່າໄມ້ຮັງ.

10468348_258430411024653_5475663929917955385_n

ຕຳນານອຸລັງຄະທາດກ່າວວ່າ ໃນສະໄໝພຸດທະການ ພະພຸດທະເຈົ້າ ໄດ້ສະເດັດເປີດໂລກແລະຮັບອາລາທະນາມາສັນພັດຕາຫານທີ່ບໍລິເວັນແຫ່ງນີ້ ຕໍ່ມາພະເຈົ້າສຸມິດຕະທຳມະວົງສາ ກະສັດຜູ້ປົກຄອງອານາຈັກສີໂຄດຕະບອກ ໄດ້ສ້າງພະທາດນີ້ຂຶ້ນພ້ອມຕັ້ງຊື່ວ່າພະທາດອີງຮັງ ເມື່ອເຖິງສະຕະວັດທີ 9 ອານາຈັກສີໂຄດຕະບອງ ເລິ່ມເສື່ອມອ່ອນແອລົງຊົນຊາດຂອມໄດ້ຮຸກຄືບເຂົ້າມາມີອຳນາດແທນ ພະທາດອີງຮັງ ຈຶ່ງຖືກດັດແປງເປັນເທວະສະຖານຂອງສາດສະໜາພາມ ພາຍໃຕ້ການນຳຂອງພະເຈົ້າສຸມົນທາທິລາດ ໄດ້ມີການສ້າງຕໍ່ເຕີມອົງພະທາດ ຕົກແກຕ່ງລວດລາຍ ປະຕິມາກຳເປັນເລື່ອງເມຖຸນສັງວາດ ແລະຣາມາຍະນະ ນັບແຕ່ນັ້ນມາລັກສະນະສິລະປະກຳຂອງພະທາດອີງຮັງ ຈຶ່ງເປັນສິລະປະແບບຂອມບູຮານ ພ້ອມກັບເອີ້ນຊື່ວ່າ ອິນທຣະຜາສາດ ຈົນຮອດສະຕະວັດທີ 14 ຊົນຊາດລາວໄດ້ເຂົ້າມາມີອຳນາດແທນຂອມ.

ສະໄໝພະເຈົ້າໂພທິສາລະລາດ ກະສັດແຫ່ງອານາຈັກລ້ານຊ້າງ ເຊິ່ງເລື່ອມໃສໃນພຸດທະສາດສະໜາໄດ້ນຳພາປະຊາຊົນບູລະນະປະຕິສັງຂອນພະທາດພະນົມ ພະທາດອີງຮັງ ພະທາດໂພ່ນ ຈົນເຖິງສະໄໝພະເຈົ້າໄຊເສດຖາທິລາດ ໄດ້ຕໍ່ເຕີມສິລະປະລ້ານຊ້າງໄປໃນອົງພະທາດອີງຮັງ ແລະເສີມຍອດດວງປີ ດັດແປງໃຫ້ເປັນພະທາດທາງພຸດທະສາດສະໜາ ໂດຍຖານພະທາດແຕ່ລະດ້ານກວ້າງ 9 ແມັດ ສູງ 25 ແມັດ ປາກົດຢູ່ຈົນຮອດຊູ່ມື້ນີ້.

10500552_258430301024664_6362713167462089261_n

ທ່ຽວໄປ ຊົມໄປ ຢ່າງເພີດເພີນ ຈົນລືມນຶກເຖິງແສງແດດທີ່ຮ້ອນໄໝ້ຮ້ອນເຜົາ ບໍ່ດົນຜູ້ນຳທ່ຽວ ກໍກວັກມືແວບໆ ນັ້ນເປັນສັນຍານບອກວ່າຮອດເວລາກັບແລ້ວເດີ ເພາະຕ້ອງຟ້າວກັບເມືອແກງເຫັດ, ປິ້ງປາ, ຕຳໝາກຖົ່ວ, ລວກຜັກກັບປົ່ນປາດຸກກ່ອນ… ເວົ້າມານ້ຳລາຍອອກແລ້ວ ໄປກ່ອນເດີ !!

 

ຮູບຖ່າຍຈາກ: ມຸກດາວັນ ສັນຕິພອນ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...