Homeຂ່າວຕ່າງປະເທດຕຳຫລວດໄທລະບຸ ເຫດລະເບີດຫລາຍຈຸດ ບໍ່ກ່ຽວກໍ່ການຮ້າຍ ສື່ຕັ້ງຂໍ້ສົງໄສ ອາດເຊື່ອມໂຍງການເມືອງ!

ຕຳຫລວດໄທລະບຸ ເຫດລະເບີດຫລາຍຈຸດ ບໍ່ກ່ຽວກໍ່ການຮ້າຍ ສື່ຕັ້ງຂໍ້ສົງໄສ ອາດເຊື່ອມໂຍງການເມືອງ!

Published on

ສຳນັກຂ່າວຜູ້ຈັດການອອນລາຍຂອງໄທ ລາຍງານໃນວັນທີ 12 ສິງຫານີ້ວ່າ ເຈົ້າໜ້າທີ່ຕຳຫລວດໄທ ໄດ້ອອກມາລະບຸ ກ່ຽວກັບເຫດການລະເບີດ ແລະ ໄຟໄໝ້ຢ່າງຕໍ່ເນື່ອງ ແບບມີການປະສານງານກັນ ສ້າງຄວາມປັ່ນປ່ວນໃນຫລາຍເມືອງ ທາງພາກໃຕ້ຂອງໄທ ຊຶ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 4 ຄົນ ແລະ ບາດເຈັບອີກ 10 ກວ່າຄົນ ໂດຍທ່ານ ພັນເອກ ກຣິດສະນະ ພັດທະນະຈະເຣີນ ຮອງໂຄສົກ ສຳນັກງານຕຳຫລວດແຫ່ງຊາດໄທ ໄດ້ກ່າວວ່າ ຍັງບໍ່ທັນຮູ້ຊັດເຈນ ວ່າໃຜຢູ່ເບື້ອງຫລັງຂອງການໂຈມຕີເຫລົ່ານີ້ ແຕ່ພວກເຮົາແນ່ໃຈວ່າ ເຫດການດັ່ງກ່າວ ບໍ່ໄດ້ກ່ຽວຂ້ອງ ຫລື ເຊື່ອມໂຍງໃດໆກັບການກໍ່ການຮ້າຍ ແລະ ບໍ່ກ່ຽວຂ້ອງກັບ ການກໍ່ຄວາມບໍ່ສະຫງົບ ຢູ່ຊາຍແດນພາກໃຕ້ຂອງໄທແຕ່ຢ່າງໃດ.

ດ້ານແຫລ່ງຂ່າວໄດ້ລະບຸວ່າ ເຫດການດັ່ງກ່າວນີ້ ຖືກຕັ້ງຂໍ້ສົງໄສ ອາດກ່ຽວຂ້ອງກັບຂໍ້ຂັດແຍ່ງທາງການເມືອງ ເນື່ອງຈາກເກີດຂຶ້ນ ໃນໄລຍະເວລາທີ່ ການລົງປະຊາມະຕິ ຮັບຮອງເອົາລັດຖະທຳມະນູນ ສະບັບໃໝ່ຂອງໄທ ຫາກໍສຳເລັດລົງ ເມື່ອວັນອາທິດທີ 7 ສິງຫາ 2016 ຜ່ານມາ ໂດຍລັດຖະທະມະນູນສະບັບດັ່ງກ່າວ ໄດ້ຖືກຕໍ່ຕ້ານຢ່າງແຂງແຮງ ຈາກບັນດາພັກການເມືອງ ແລະ ກຸ່ມຄົນທີ່ກົງກັນຂ້າມ ກັບຄະນະລັດຖະປະຫານຂອງໄທ ທີ່ຍຶດອຳນາດຢູ່ໃນປັດຈຸບັນ.

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...