Homeຂ່າວການພັດທະນາລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ.ລາວ ເຂົ້າຢ້ຽມຂຳນັບທ່ານນາຍົກລັດຖະມົນຕີຣາຊະອານາຈັກໄທ

ລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ.ລາວ ເຂົ້າຢ້ຽມຂຳນັບທ່ານນາຍົກລັດຖະມົນຕີຣາຊະອານາຈັກໄທ

Published on

ໃນວັນທີ 10 ສິງຫາ 2016 ທີ່ທໍານຽບລັດຖະບານ ຣາຊະອານາຈັກໄທ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຢ້ຽມຂຳນັບ ທ່ານພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເດີນທາງຢ້ຽມຢາມຣາຊະອານາຈັກໄທຢ່າງເປັນທາງການໃນລະຫວ່າງວັນທີ 09-10 ສິງຫາ 2016 ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ເຖິງ ທ່ານພົນເອກ ປຣະຢຸດ ຈັນໂອຊາ ພ້ອມທັງໄດ້ແຈ້ງຜົນຫຽໍ້ກ່ຽວກັບການພົບປະສອງຝ່າຍກັບລັດຖະມົນຕີຕ່າງປະເທດໄທ ແລະ ຈະໃຫ້ການຮ່ວມມືຢ່າງໃກ້ຊິດກັບ ລັດຖະມົນຕີຕ່າງປະເທດໄທ ໃນການເອົາໃຈໃສ່ປະຕິບັດພາລະບົດບາດຂອງກະຊວງການຕ່າງປະເທດ ການຍຸກຊູ້ຕິດຕາມບັນດາຂະແໜງການກ່ຽວຂ້ອງ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງປະເທດ ໃຫ້ປາກົດຜົນເປັນຈິງ ເພື່ອສ້າງໃຫ້ການພົວພັນຮ່ວມມື ລະຫວ່າງ ລາວ-ໄທ ສາມາດນໍາເອົາຜົນປະໂຫຽດໂຕຈິງມາສູ່ປະຊາຊົນສອງຊາດ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໃຫ້ການຮ່ວມມື ແລະ ຊ່ອຍເຫຼືອເປັນຢ່າງດີແກ່ການເປັນເຈົ້າພາບຈັດກອງປະຊຸມ AMM ຄັ້ງທີ 49 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ນະຄອນຫຼວງວຽງຈັນ ສປປ.ລາວ.

ໂອກາດນີ້ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ແລະ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ນຳພາຄະນະຜູ້ແທນລາວ ມາຢ້ຽມຢາມໄທໃນຄັ້ງນີ້ ເຊິ່ງເປັນການເສີມຂະຫຽາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ມີມາແຕ່ດົນນານ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ແໜ້ນແຟ້ນກວ້າງຂວາງຍິ່ງໆຂຶ້ນ.

 

ທີ່ມາ:​ http://www.vtetoday.la/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...