spot_img
Homeນານາສາລະ5 ສິງທີ່ຄວນຕັດສິນໃຈລົງມືເຮັດຕັ້ງແຕ່ອາຍຸຍັງນ້ອຍ

5 ສິງທີ່ຄວນຕັດສິນໃຈລົງມືເຮັດຕັ້ງແຕ່ອາຍຸຍັງນ້ອຍ

Published on

ນັບມື້ເຮົາທຸກຄົນກໍເລີ່ມຈະແກ່ຊະລາຂຶ້ນໃນທຸກໆມື້ ແລະເງິນກໍຈະມີຄວາມສຳຄັນຫຼາຍຂຶ້ນໃນຊີວິດ ເພາະເຮົາອາຍຸຫຼາຍຂຶ້ນເທົ່າໃດ ໂລກໄພໄຂ້ເຈັບຕ່າງໆກໍມັກຈະຖາມຫາ ເຮັດໃຫ້ຫຼາຍໆເລື່ອງເຮົາຄວນລົງມືເຮັດຕັ້ງແຕ່ອາຍຸຍັງນ້ອຍ ໂດຍສະເພາະແມ່ນເລື່ອງການເງິນ. ມື້ນີ້ເຮົາຈຶ່ງມີຄຳແນະນຳກ່ຽວກັບສິ່ງທີ່ຄວນຕັດສິນໃຈເຮັດ ຕັ້ງແຕ່ອາຍຸຍັງນ້ອຍມາບອກທຸກຄົນ

  1. ເລື່ອງໜີ້

ຂຶ້ນຊື່ວ່າ “ໜີ້” ບໍ່ວ່າຈະເປັນ ໜີ້ຫຍັງກໍຕາມຖືວ່າບໍ່ດີ. ດັ່ງນັ້ນ, ຫາກເຮົາມີໜີ້ ເຮົາຄວນໃຊ້ໃຫ້ໝົດໄວເທົ່າໃດຍິ່ງເປັນການດີ ເພື່ອທີ່ເຮົາຈະບໍ່ມີພາລະໃນເລື່ອງນີ້ ແລະເຮົາຍັງສາມາດນຳເງິນທີ່ມີໄປເຮັດຢ່າງອື່ນໄດ້. ແຕ່ຖ້າເຮົາມີໜີ້ຫຼາຍ ເຮົາຕ້ອງຮຽງລໍາດັບຄວາມສໍາຄັນຂອງໜີ້ກ່ອນ, ໂດຍເລີ່ມໃຊ້ໜີ້ທີ່ເຮົາຕິດຫຼາຍເສຍກ່ອນ ແລ້ວຈຶ່ງຄ່ອຍໃຊ້ໜີ້ອື່ນໆທີ່ໜ້ອຍຕາມຫຼັງ.

  1. ທີ່ຢູ່ອາໄສ

ເມື່ອເຮົາເລີ່ມມີອາຍຸທີ່ຫຼາຍຂຶ້ນ ການສ້າງຄອບຄົວກໍຖືເປັນສິ່ງໜຶ່ງທີ່ສຳຄັນ, ແຕ່ທີ່ຢູ່ອາໄສກໍເປັນສິ່ງທຳອິດ ທີ່ຄົນສ້າງຄອບຄົວຄິດ, ຫາກເຮົາຕັດສິນໃຈໄດ້ໄວໃນຊ່ວງອາຍຸທີ່ເຮົາຍັງນ້ອຍກໍຈະເປັນການດີ ເພາະໄລຍະການເຮັດວຽກຍັງດົນ ແລະລາຄາອະສັງຫາລິມະຊັບບຕ່າງໆກໍມີການປັບຂຶ້ນທຸກໆປີ ຈຶ່ງຄວນຊື້ໃນໄລຍະຍັງນ້ອຍ ອາດຈະເຮັດໃຫ້ໄດ້ລາຄາທີ່ຖືກ.

  1. ການເກັບເງິນ

ການເກັບເງິນຄືສິ່ງທີ່ເຮົາຄວນຈະເຮັດຕັ້ງແຕ່ອາຍຸຍັງນ້ອຍ ເພາະເຮົາເລີ່ມເກັບໄດ້ໄວ ເຮົາກໍຈະຍິ່ງມີເງິນຫຼາຍຂຶ້ນ, ບໍ່ວ່າຈະເກັບເພື່ອສ້າງຄອບຄົວ ຫຼືເລື່ອງອື່ນໆ ແລະຍັງລວມເຖິງເພື່ອໃຫ້ເຮົາມີເງິນເກັບໄວ້ໃຊ້ໃນເວລາສຸກເສີນ ຫຼືມື້ທີ່ເຮົາບໍ່ໄດ້ເຮັດວຽກແລ້ວ, ເຊິ່ງການເກັບເງິນສາມາດເຮັດໄດ້ຫຼາຍວິທີຕາມແບບຂອງແຕ່ລະບຸກຄົນ.

  1. ການລົງທຶນ

ການລົງທຶນແມ່ນມີຄວາມສ່ຽງຢູ່ສະເໝີ ບໍ່ວ່າຈະເປັນການລົງທຶນແບບໃດກໍຕາມເຊັ່ນ: ການລົງທຶນໃນຫຸ້ນ, ລົງທຶນໃນຄຳ ທັງສອງຢ່າງ ກໍມີຄວາມສ່ຽງທີ່ລາຄາຈະຖືກ ຫຼືຈະຂຶ້ນສູງ. ເຊິ່ງເຮົາຕ້ອງໝັ່ນຂະຫຍັນສຶກສາຫາຄວາມຮູ້ເພີ່ມເຕີມ ແລະຕິດຕາມຂ່າວສານຕ່າງໆຢູ່ສະເໝີ, ໂດຍໃນປັດຈຸບັນ ຄົນທີ່ອາຍຸນ້ອຍຫຼາຍໆຄົນ ທີ່ເລີ່ມລົງທຶນຂາຍເຄື່ອງຜ່ານທາງເຟສບຸກ ຫຼືອິນສະຕາແກມ ເຊິ່ງຖືວ່າເປັນເລື່ອງທີ່ດີ ເພາະເລີ່ມລົງທຶນຕັ້ງແຕ່ອາຍຸຍັງນ້ອຍ ມີໂອກາດເຕີບໃຫຍ່ ແລະຮຽນຮູ້ອີກຫຼາຍ.

  1. ຈັດການເລື່ອງລາຍຮັບ

ການຈັດການເລື່ອງລາຍຮັບ ຂອງເຮົາໃຫ້ພຽງພໍຕໍ່ລາຍຈ່າຍທີ່ເຮົາມີ ກໍຖືເປັນສິ່ງຈຳເປັນ ເພາະເຮົາຈັດການເລື່ອງລາຍຈ່າຍຕ່າງໆຂອງເຮົາໃຫ້ຢູ່ໃນທີ່ເຮົາກໍານົດໄດ້ຕັ້ງແຕ່ອາຍຸຍັງນ້ອຍ. ໃນອານາຄົດຫາກເຮົາມີລາຍໄດ້ເພີ່ມຂຶ້ນ ກໍຈະສາມາດເຮັດໃຫ້ເຮົາບໍລິຫານເງິນໄດ້ງ່າຍຂຶ້ນ ເຮັດໃຫ້ເຮົາມີເງິນເກັບ, ເງິນລົງທຶນໄດ້ຫຼາຍຂຶ້ນ.

ຂອບໃຈບົດດີີໆຈາກ: Masii

  ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...